VOV WorldVOV World
ບ້ານເກົ່າ ກື້ດ່າ - ບ່ອນເກັບຮັກສາບັນດາຈຸດວັດທະນະທຳເປັນເອກະລັກສະເພາະຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ
25/10/2024 10:50
(VOVWORLD) - ກື້ດ່າ ແມ່ນໜຶ່ງໃນຈຳນວນບ້ານເກົ່າແກ່ທີ່ຍັງເຫຼືອຂອງນະຄອນຫຼວງ ຮ່າໂນ້ຍ ແລະ ແມ່ນສະຖານທີ່ດູດດື້ມສຳລັບຜູ້ທີ່ຢາກຊອກຮູ້ກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ.
ບ້ານເກົ່າ ກື້ດ່າ - ບ່ອນເກັບຮັກສາບັນດາຈຸດວັດທະນະທຳເປັນເອກະລັກສະເພາະຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ
ໂດຍຕັ້ງຢູ່ແຄມແມ່ນ້ຳ ເຍວະ ທີ່ສະຫງົບ, ຫ່າງຈາກໃຈກາງ ຮ່າໂນ້ຍ ປະມານ 20 ກມ, ໄປທາງທິດຕາເວັນຕົກ, ບ້ານ ກື້ດ່າ ຂຶ້ນກັບຕາແສງ ກື້ເຄ, ເມືອງ ແທັງອວາຍ, ຮ່າໂນ້ຍ, ເຂັ້ມຂຸ້ນໄປດ້ວຍສີສັນຂອງໝູ່ບ້ານທາງພາກເໜືອ ຫວຽດນາມ, ດ້ວຍສາລາບ້ານ, ປະຕູໂຂງ, ຕົ້ນໂພ, ພິເສດແມ່ນການອອກແບບສະຖາປັດຕະຍາກຳທີ່ຍັງເຫັນໄດ້ຢ່າງຈະແຈ້ງຢູ່.