ບັນດາເຍື່ອງອາຫານທີ່ແຊບນົວຢູ່ເຫ້ວ
13/04/2018 10:45
(VOVWORLD) -ເມື່ອເວົ້າເຖິງເຫ້ວ ບໍ່ພຽງແຕ່ເວົ້າເຖິງວັດວາອາຮາມ, ສຸສານ, ແມ່ນ້ຳເຮືອງ, ທັດສະນິຍະພາບສວຍງາມຫລາຍແຫ່ງ ຫາກ ອາຫານການກິນຂອງເຫ້ວກໍ່ແມ່ນສິ່ງທີ່ຈັບອົກຈັບໃຈສຳລັບນັກທ່ອງທ່ຽວເມື່ອມາຢ້ຽມຢາມເຫ້ວ.

ປັນແກງ (ເຂົ້າປຽກ) ນາມໂຝ ແມ່ນຫນຶ່ງໃນບັນດາເຍື່ອງອາຫານແຊບນົວ ແລະ ຈັບອົກຈັບໃຈທີ່ສຸດຢູ່ຫວຽດນາມ ນາມໂຝ ແມ່ນໝູ່ບ້ານຂຶ້ນກັບ ເມືອງ ຟູວາງ - ແຂວງເທື່ອທຽນເຫ້ວ ນັບແຕ່ຮ້ອຍປີມານີ້ ການປຸງແຕ່ງປັນແກງເພື່ອໄປເລາະຂາຍຕາມຖະຫນົນໄດ້ກາຍເປັນອາຊີບທີ່ເປັນມູນເຊື້ອຂອງພໍ່ແມ່ຊາວບ້ານ ນາມໂຝ ປັນເນີ້ມເຫ້ວ ອາດຈະໄດ້ຮັບຖືວ່າແມ່ນນຫນຶ່ງໃນບັນດາເຍື່ອງອາຫານຫລັກຂອງເຫ້ວ ປັນກວນ ເຫ້ວ ກໍ່ແມ່ນເຍື່ອງອາຫານທີ່ເຮັດໃຫ້ນັກທ່ອງທ່ຽວເມື່ອມາຢ້ຽມຢາມເຫ້ວ ຜູ້ໃດກໍ່ຕ້ອງຊີມເທື່ອຫນຶ່ງ ປັນແບ່ວເຫ້ວ ສຳລັບຊາວເຫ້ວແລ້ວ ເຂົ້າຫນົມແປ້ງມັນ ກໍ່ແມ່ນອາຫານທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ ແລະ ກໍ່ແມ່ນເຍື່ອງອາຫານທີ່ມີຊື່ສຽງ ປັນກວນ ຮ່ວຽນແອງ ທີ່ມີຊື່ສຽງມາແຕ່ດົນນານຢູ່ເຂດ ກີມລອງ ນະຄອນ ເຫ້ວ ປັນຄວາ໋ຍ ແມ່ນເຍື່ອງອາຫານທີ່ໄດ້ນຳຂາຍຢູ່ຫລາຍບ່ອນໃນນະຄອນເຫ້ວ. ປັນຄວາ໋ຍກໍ່ຄ້າຍຄືກັນກັບປັນແຊ່ວຂອງພາກໃຕ້. ຕ່ຳສົ້ມໝາກຫວາແມ່ນເຍື່ອງອາຫານກິນເຈຂອງຊາວເຫ້ວ ເຕົາຮູ້ຕົ້ມໝາກເຂືອກໍ່ແມ່ນເຍື່ອງອາຫານຊື່ງຜູ້ນິຍົມກິນເຈນິຍົມເຄີຍເລືອກເຟັ້ນ ກິນເຈ ແຕ່ດົນນານມາແລ້ວໄດ້ກາຍເປັນສິລະປະອາຫານການກິນຂອງເຫ້ວ ກິນເຈຢູ່ເຫ້ວ ຍາມໃດກໍ່ຮູ້ສຶກແຊບກວ່າຢູ່ບ່ອນອື່ນ
Related







