ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ
18/08/2024 15:48
(VOVWORLD) - ແຂວງຮ່ານາມ ໄດ້ຮັບການເຊີດຊູວ່າ “ເປັນສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນແຖວໜ້າ ອາຊີ” ຍ້ອນມີບັນດາຄຸນຄ່າວັດທະນະທຳ, ປະຫວັດສາດທີ່ອຸດົມສົມບູນ ແລະ ຈັບອົກຈັບໃຈ.

ໂດຍຕັ້ງຢູ່ປະຕູເຂົ້າ - ອອກເມືອງ ທາງທິດໃຕ້ຂອງ ຮ່າໂນ້ຍ, ຫ່າງຈາກ ຮ່າໂນ້ຍ ຂີ່ລົດພຽງແຕ່ 1 ຊົ່ວໂມງເທົ່ານັ້ນ, ແຂວງ ຮ່ານາມ ແມ່ນດິນແດນທີ່ເຕັມໄປດ້ວຍກຳລັງບົ່ມຊ້ອນພັດທະນາການທ່ອງທ່ຽວທາງຈິດວິນຍານ, ວັດທະນະທຳນິເວດ ແລະ ອາຫານການກິນ. ພາບ: nangluongsachvietnam.vn ຫວ່າງມໍ່ໆມານີ້, ຮ່ານາມ ສືບຕໍ່ມີຊື່ໃນບັນຊີລາຍຊື່ສະເໜີເຂົ້າແຂ່ງຊິງນາມມະຍົດ World Travel Awards ຄັ້ງທີ 31 ພາກພື້ນ ອາຊີ - ປາຊີຟິກ, ຢູ່ 2 ເນື້ອໃນ “ສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນແຖວໜ້າ ອາຊີ” ແລະ “ຈຸດໝາຍປາຍທາງວັດທະນະທຳທ້ອງຖິ່ນແຖວໜ້າ ອາຊີ”. ກ່ອນໜ້ານັ້ນ, ປີ 2023, ຮ່ານາມ ກໍ່ໄດ້ຮັບການເຊີດຊູວ່າ ເປັນ “ຈຸດໝາຍປາຍທາງດ້ານວັດທະນະທຳທ້ອງຖິ່ນແຖວໜ້າໂລກ. VOV5 ຈະແນະນຳສະຖານທີ່ທ່ອງທ່ຽວຈຳນວນໜຶ່ງທີ່ບໍ່ຄວນພາດເມື່ອໄປແຂວງ ຮ່ານາມ:
TAG
VOV/VOVworld/
Related








