ບັນຍາກາດວັນບຸນຄຼິດສະມາດໃນທຸກຖະຫນົນຫົນທາງຢູ່ນະຄອນຫລວງ ຮ່າໂນ້ຍ
21/12/2018 01:45
(VOVWORLD) - ວັນບຸນ ຄຼິດສະມາດໃກ້ຈະຮອດແລ້ວ. ບັນຍາກາດໃນທຸກຖະຫນົນຫົນທາງຢູ່ນະຄອນຫລວງ ຮ່າໂນ້ຍ ພິເສດ ຢູ່ຄຸ້ມເມືອງເກົ່າແມ່ນຟົດຟື້ນມ່ວນຊື່ນ ແລະ ໄດ້ຮັບການປະດັບປະດາຢ່າງງາມຕາ.
ບັນຍາກາດຊື້ເຄື່ອງປະດັບປະດາໃນວັນບຸນຄຼິດສະມາດສຂອງຊາວຮ່າໂນ້ຍ ໂຮງແຮມ ແລະ ບາງຮ້ານຂາຍເຄື່ອງຢູ່ຖະຫນົນ ຈ່າງຕຽນ, ໂງກວຽນ, ຈ່າງທີ… ລ້ວນແຕ່ໄດ້ຮັບການປະດັບປະດາຢ່າງງາມຕາ ພວກນ້ອງນ້ອຍພາກັນມາຖ່າຍຮູບລະນຶກ ບັນດາບໍລິສັດ, ວິສາຫະກິດ ກໍ່ພ້ອມກັນປະດັບປະດາສຳນັກງານຂອງຕົນເພື່ອຕ້ອນຮັບວັນບຸນ ຄຼິດສະມາດ ຍາມຄ່ຳຄືນ ໄຟແສງສີຍິ່ງເຮັດໃຫ້ຮູບພາບນະຄອນຫລວງສວຍງາມກວ່າ ພວກນ້ອງນ້ອຍດີໃຈຫລາຍເມື່ອໄດ້ໄປຫລິ້ນ ແລະ ໄດ້ຮັບຂອງຂວັນໃນໂອກາດວັນບຸນຄຼິດສະມາດ ນີ້ແມ່ນໂອກາດໝົດທຸກຄົນໃນຄອບຄົວໄດ້ພ້ອມກັນຕ້ອນຮັບວັນບຸນຄຼິດສະມາດຢ່າງອົບອຸ່ນ ຮ້ານຂາຍເຄື່ອງຮັບໃຊ້ວັນບຸນຄຼິດສະມາດຢູ່ຖະຫນົນ ຮ່າງໝ໋າ ຕົ້ນແປກ Noel ໄດ້ຮັບການປະດັບປະດາສວຍງາມກ່ອນທີ່ສົ່ງເຖິງລູກຄ້າ ບັນຍາກາດໃນຍາມວັນບຸນຄຼິດສະມາດໄດ້ດຶງດູດນັກທ່ອງທ່ຽວ ແລະໄວຫນຸ່ມ ເປັນຈຳນວນຫລວງຫລາຍ ນັກທ່ອງທ່ຽວຕ່າງປະເທດເຊື່ອມຕົວເຂົ້າກັບບັນຍາກາດຟົດຟື້ນມ່ວນຊື່ນຂອງຍາມວັນບຸນຄຼິດສະມາດ ໃນບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຈັບອົກຈັບໃຈນີ້, ຊາວນະຄອນຫລວງ ຮ່າໂນ້ຍ ຈະຕ້ອນຮັບວັນບຸນຄຼິດສະມາດ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ
TAG
VOV/VOVworld/ຕົ້ນແປກ/Noel
Related







