VOV WorldVOV World
ບັນຍາກາດຢູ່ຮ່າໂນ້ຍໃນຊຸມມື້ໃກ້ຈະຮອດບຸນເຕັດປີກຸນ 2019
26/01/2019 09:23
(VOVWORLD) -ໃນຊຸມມື້ໃກ້ຈະຮອດບຸນເຕັດປີກຸນ, ອາກາດຢູ່ຮ່າໂນ້ຍໜາວເຢັນ, ປະຊາຊົນຢູ່ທຸກບ່ອນພາກັນໄປຊື້ເຄື່ອງຂອງກະກຽມໃຫ້ແກ່ບຸນເຕັດ. ຢູ່ຕາມຖະໜົນ ເຍິດເຕີນ, ຫຼາກລອງກວນ, ໄຕໂຮ່...ກໍເຕັມໄປດ້ວຍຕົ້ນໝາກແປ້ນປະດັບ, ງ່າດອກຄາຍຊຶ່ງມີຜູ້ມາຊື້ຂາຍຢ່າງໜາແໜ້ນ, ຟົດຟື້ນມ່ວນຊື່ນ. ສ່ວນຢູ່ຄຸ້ມຖະໜົນເກົ່າ, ຕະຫຼາດບຸນເຕັດກໍເຕັມໄປດ້ວຍເຄື່ອງຂອງງນາໆຊະນິດ, ອັນໄດ້ເຮັດໃຫ້ ບັນຍາກາດຕ້ອນຮັບບຸນເຕັດປີກຸນ 2019 ຢູ່ນະຄອນຫຼວງເພີ່ມຄວາມອົບອຸ່ນຫຼາຍຂຶ້ນ.
ບັນຍາກາດຢູ່ຮ່າໂນ້ຍໃນຊຸມມື້ໃກ້ຈະຮອດບຸນເຕັດປີກຸນ 2019
ໃນທ່າມກາງ ອາກາດໜາວເຢັນໃນຊຸມມື້ໃກ້ຈະຮອດບຸນເຕັດປີກຸນ, ຢູ່ຕາມຖະໜົນສາຍຕ່າງໆໃນຮ່າໂນ້ຍ ຍັງເຕັມໄປດ້ວຍຜູ້ຄົນໄປມາ, ຊຶ້ຂາຍເຄື່ອງຂອງກະກຽມໃຫ້ແກ່ບຸນເຕັດຢ່າງຄຶກຄື້ນ. ຢູ່ຕາມຖະໜົນ ເຍິດເຕີນ, ຫຼາກລອງກວນ, ໄຕໂຮ່...ບັນດາຜູ້ມາຊື້ຂາຍຕົ້ນໝາກແປ້ນປະດັບ, ງ່າດອກຄາຍ ໄດ້ປະກົດມີຢ່າງໜາແໜ້ນນັບແຕ່ຮຸ່ງເຊົ້າ. ບັນຍາກາດຜູ້ຊື້ຄົນຂາຍຢ່າງຄຶກຄື້ນມ່ວນຊື່ນ ຢູ່ແຄມທາງໃນຖະໜົນຫຼາກລອງກວນ, ບັນດາໂຖດອກຄາຍປະດັບທີ່ສວຍງາມຖືກວາງຂາຍເດຍລະດາດ, ພຽງລໍ່ຖ້າຜູ້ມາຊື້. ຄຽງຂ້າງໂຖດອກຄາຍທີ່ສວຍງາມ ແມ່ນບັນດາຕົ້ນໝາກແປ້ນປະດັບ ທີ່ສຸກເຫຼືອງ, ເປັນສັນຍາລັກແກ່ໂຊກລາບ. ມີບາງຄົນກໍຍັງລົງໄປຮອດບັນດາສວນດອກຄາຍທີ່ມີຊື່ສຽງຢູ່ຟູ້ເຖື້ອງ, ເຍິດເຕີນ…ເພື່ອເລືອກຊຶ້ເປັນຕົ້ນທີ່ພວມປູກໃນສວນ. ຢູ່ຕາມທ້ອງຖະໜົນ, ຜູ້ເລາະໄປຂາຍດອກໄມ້ ກໍມີງ່າດອກຂາຍຂາຍພ້ອມ ຢູ່ຕາມທ້ອງຖະໜົນທີ່ຄັບຄາໜາແໜ້ນໄປດ້ວຍລົດຍົນຍານພາຫະນະໄປມາ, ຮູບພາບບັນດາຖ້ຽວລົດຖືກແຊມດ້ວຍງ່າດອກຄາຍແດງ ໄດ້ກາຍເປັນສິ່ງທີ່ລຶ້ງເຄີຍຢູ່ຮ່າໂນ້ຍໃນຊຸມມື້ໃກ້ຈະຮອດບຸນເຕັດ. ຢູ່ຕາຍຖະໜົນເກົ່າສາຍຕ່າງໆເຊັ່ນ: ຖະໜົນຮ່າງມ້າ, ດົງຊວນ, ຮ່າງເລືອກ… ບັນດາຮ້ານຄ້າທີ່ວາງຂາຍເຄື່ອງຂອງບຸນເຕັດໄດ້ປະກົດມີນັບແຕ່ຕົ້ນເດືອນ 12 ໄລ່ຕາມຈັນທະປະຕິທິນ. ບັນດາຖ້ຽວລົດຂົນສົ່ງສິນຄ້າຢ່າງໜາແໜ້ນ. ເຊືອກມັດປະດັບເພື່ອຫວັງໃຫ້ມີໂຊກລາບ ຢູ່ຄຸ້ມຖະໜົນເກົ່າ ຝູງໝູທີ່ເປັນສັນຍາລັກຂອງປີກຸນ ແມ່ນສິນຄ້າປະເພດໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າ.