ການດຳລົງຊີວິດຂອງປະຊາຊົນຢູ່ເກາະຕ່າງໆທາງທິດຕາເວັນຕົກພາກໃຕ້ຫວຽດນາມ
22/10/2017 08:49
(VOVWORLD) -ເມື່ອມີໂອກາດມາຢ້ຽມຢາມເກາະຕ່າງໆເຊັ່ນ: ໂຖຈູ, ຫາຍຕັກ, ນາມຢູທີ່ຂຶ້ນກັບແຂວງກຽນຢາງຫຼືເກາະ ຮ່ອນຈ້ວຍທີ່ຂຶ້ນກັບແຂວງກາເມົານັ້ນ, ພວກຂ້າພະເຈົ້າໄດ້ເຫັນຕົວຈິງ ແລະ ສາມາດເຂົ້າໃຈກ່ຽວກັບການດຳລົງຊີວິດຂອງປະຊາຊົນໃນເກາະຫຼາຍຂຶ້ນ. ບໍ່ຟົດຟື້ນເນື່ອງນັນຄືຢູ່ດິນຕໍ່ແຜ່ນ, ການດຳລົງຊີວິດຂອງປະຊາຊົນຢູ່ແຫ່ງນີ້ມີຄວາມສະຫງົບສຸກທີ່ສຸດ.

ຍາມດວງຕາເວັນອອກ ກໍແມ່ນຈຸດເວລາເລີ່ມຊີວິດໃນມື້ໃໝ່. ໄປຢ້ຽມຢາມເກາະໂຖຈູ, ທ່ານຈະໄດ້ພົບເຫັນຮູບພາບເຫຼົ່ານີ້. ປາທີ່ຊາວປະມົງຈັບຫາມາ ຖືກປຸງແຕ່ງ, ຕາກແຫ້ງ ແລະ ສົ່ງໄປດິນຕໍ່ແຜ່ນ. ເກາະໂຖຈູທີ່ຂຶ້ນກັບແຂວງກຽນຢາງ ນອນຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ, ຫ່າງຈາກເທດສະບານ ແຣກຢ້າປະມານ 220 ກມ. ປາຊະນິດໜຶ່ງທີ່ຈັບຫາມາຈາກທະເລ ຖືກຕາກແຫ້ງ, ວາງຂາຍຢູ່ຕະຫຼາດໃນເກາະໂຖຈູ. ບັນດາຮ້ານຂາຍເຄື່ອງແບບນີ້ ເຄີຍນອນຢູ່ໃຈກາງເກາະ. ຍາມມີເວລາວ່າງ, ຊາວປະມົງເອົາແຫມາສ້ອມແປງ. ການເຄື່ອນໄຫວສິລະປະຂັບເດີນກາຕາຍຕືຂອງປະຊາຊົນໃນເກາະໂຖຈູ. ທິວທັດທຳມະຊາດທີ່ງົດງາມໃນເກາະ ຮ່ອນຈ້ວຍ, ແຂວງກາເມົາ. ເດັກນ້ອຍໃນເກາະເມື່ອເລີກຮຽນ ກໍໄດ້ເຮັດວຽກບ້ານຊ່ວຍພໍ່ແມ່. ປາຊະນິດຕ່າງໆຖືກຕາກແຫ້ງ ແລະ ສົ່ງໄປຍັງດິນຕໍ່ແຜ່ນເພື່ອຈຳໜ່າຍ. ການສ້ອມແປງເຮືອໃນເກາະ. ເດັກນ້ອຍໃນເກາະພ້ອມກັນລະຫຼິ້ນມ່ວນຊື່ນ. ແຈໜຶ່ງໃນເກາະ ນາມຢູ ທີ່ຂຶ້ນກັບແຂວງກຽນຢາງ. ເດັກນ້ອຍໃນເກາະນາມຢູ ມັກຫຼິ້ນເຕັ້ນເຊືອກທີ່ສຸດ. ສະຖານທີ່ເອົານ້ຳຈືດບ່ອນໜຶ່ງໃນເກາະນາມຢູ. ຮ້ານຂາຍຂອງກິນເຄື່ອນທີ່ຮັບໃຊ້ປະຊາຊົນໃນເກາະ. ອາຫານທະເລຖືກຂາຍຢູ່ບ່ອນເຮືອທຽບທ່າ. ເກາະຫາຍຕັກໃນຍາມເຊົ້າ. ການລ້ຽງປາໃນກະຊັງຢູ່ເກາະ ຫາຍຕັກ.
Related







