VOV WorldVOV World
ຄວາມງາມໃນລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ
26/08/2018 10:39
(VOVWORLD) - “ຮ່າໂນ້ຍຍາມລະດູໃບໄມ້ຫຼົ່ນ. ຍາມດອກຕີນເປັດທີ່ຫອມຫວນ. ຍາມລະດູເຂົ້າເໝົ້າທີ່ຫອມຫວນ ”. ໃນທ່າມກາງທັດສະນີຍະພາບ, ອາກາດທີ່ປອດໂປ່ງ, ບັນດາບົດເພງກ່ຽວກັບ ລະດູໃບໄມ້ຫຼົ່ນໃນຮ່າໂນ້ຍຊຶ່ງແມ່ນດິນແດນແຫ່ງອະລິຍະທຳ ໄດ້ເຮັດໃຫ້ບໍ່ວ່າຜູ້ໃດທີ່ເຄີຍດຳລົງຊີວິດ ແລະ ມີຄວາມຜູກພັນກັບຮ່າໂນ້ຍ ກໍຍິ່ງເພີ່ມຄວາມຮັກດິນແດນແຫ່ງນີ້ຫຼາຍຂຶ້ນ. ເມື່ອເວົ້າເຖິງ ຮ່າໂນ້ຍ, ເບິ່ງຄືວ່າ ຕ່າງກໍເວົ້າເຖິງ ລະດູໃບໄມ້ຫຼົ່ນ. ລະດູໃບໄມ້ຫຼົ່ນໄດ້ເຮັດໃຫ້ຄົນເຮົາເພີ່ມຄວາມເພີດເພີ່ນ, ສະຫວາດສະເຫວີຍ.
ຄວາມງາມໃນລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ
ລະດູໃບໄມ້ຫຼົ່ນໄດ້ນຳອາກາດເຢັນສະບາຍມາໃຫ້ຮ່າໂນ້ຍ ດ້ວຍສີຂຽວອຸ່ມທຸ່ມຂອງຕົນໄມ້ໃບຫຍ້າ. ຢູ່ຮ່າໂນ້ຍຍາມລະດູໜາວ, ອາກາດກໍໜາວຈັດ, ຍາມລະດູຮ້ອນ ອາກາດກໍຮ້ອນເອົ້າ, ເບິ່ງຄືວ່າ ທຸກໆຄົນ ຕ່າງກໍຫວັງຮອດຍາມລະດູໃບໄມ້ຫຼົ່ນ ເພາະວ່າ ນີ້ແມ່ນຊ່ວງເວລາທີ່ມີອາກາດເຢັນສະບາຍ. ລະດູໃບໄມ້ຫຼົ່ນພຽງແກ່ຍາວແຕ່ເດືອນກັນຍາຫາພະຈິກໃນປີ. ໃບໄມ້ໄດ້ປ່ຽນສູ່ສີແດງໃນທ່າມກາງອາກາດເຢັນສະບາຍຍາມ ລະດູໃບໄມ້ຫຼົ່ນ. ລະດູໃບໄມ້ຫຼົ່ນຍັງຝັງເລິກໃນຄວາມຊົງຈຳຂອງຫຼາຍຄົນດ້ວຍຮູບພາບບັນດາເສັ້ນທາງທີ່ເຕັມໄປດ້ວຍໃບໄມ້ສີເຫຼືອງຫຼົ່ນ. ເມື່ອຍ່າງເລາະຕາມຖະໜົນ ຟານດີງຟຸ່ງ, ເຈີນຟູ້, ໂງກວຽນ, ຮວ່າງຢ້ຽວ ກໍສາມາດຮູ້ສຶກໄດ້ເຖິງ ລະດູໃບໄມ້ຫຼົ່ນວຽນມາສູ່ຖະໜົນແຕ່ລະສາຍ. ແຖວຕົ້ນໄມ້ແຄມທາງ ກິມມ້າ ງົດງາມດັ່ງໃນຝັນ ຖະໜົນ ຟານດີງຟຸ່ງເຕັມໄປດ້ວຍໃບໄມ້ສີເຫຼືອງຫຼົ່ນ. ລະດູໃບໄມ້ຫຼົ່ນຫຼືເອີ້ນວ່າ ລະດູປ່ຽນສີໃບໄມ້. ຢູ່ຕາມຖະໜົນຫຼາຍສາຍ, ສີຂອງໃບໄມ້ໄດ້ປ່ຽນໄປຕາມອາກາດ, ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມປະທັບໃຈ. ລະດູໃບໄມ້ຫຼົ່ນພາໃຫ້ຄົນເຮົາມີຄວາມຫຼົງໄຫຼຕາມທິວທັດ ຕົ້ນຫູກວາງດ້ວຍໃບໄມ້ປ່ຽນສູ່ສີແດງໄດ້ເຮັດໃຫ້ຮ່າໂນ້ຍເພີ່ມຄວາມເພີ່ນຈິດ. ເມື່ອເວົ້າເຖິງ ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ, ທຸກໆຄົນຕ່າງກໍເວົ້າເຖິງກິ່ນຫອມຫວນຂອງດອກຕີນເປັດໃນຍາມລະດູໃບໄມ້ຫຼົ່ນທີ່ກຸ້ມໄປທົ່ວບໍລິເວນພາໃຫ້ຄົນເຮົາມີຄວາມຫຼົງໄຫຼຕາມທິວທັດ ມາຢ້ຽມຢາມຮ່າໂນ້ຍໃນຍາມລະດູໃບໄມ້ຫຼົ່ນ, ຢາລືມຍ່າງເລາະຕາມຖະໜົນທີ່ມີຕົ້ນດອກຕີນເປັດນີ້. ລະດູໃບໄມ້ຫຼົ່ນຍັງແມ່ນລະດູເຂົ້າເໝົ້າ. ເມື່ອລະດູໃບໄມ້ຫຼົ່ນວຽນມາແຕ່ລະຄັ້ງ, ພວກແມ່ປ້າກໍຫາບເຂົ້າເໝົ້າໄປເລາະຂາຍຢູ່ຕາມຄຸ້ມຖະໜົນເກົ່າຮ່າໂນ້ຍ. ນີ້ແມ່ນອາຫານເຍື່ອງໜຶ່ງທີ່ພິເສດຂອງຮ່າໂນ້ຍ. ໝາກຮົ່ງແມ່ນໝາກໄມ້ຊະນິດໜຶ່ງທີ່ເປັນເອກະລັກຂອງລະດູໃບໄມ້ຫຼົ່ນ, ບໍ່ພຽງແຕ່ມີລົດຫອມ ແລະ ແຊບເທົ່ານັ້ນ, ຫາກຍັງມີຫຼາສີງາມຕາໄດ້ຮັບຄວາມນິຍົມບໍລິໂພກຈາກຫຼາຍຄົນ. ລະດູໃບໄມ້ຫຼົ່ນເຄີຍມີລົມພັດມາຄ່ອຍໆ ພ້ອມກັບແສງແດດອ່ອນໃນທ່າມກາງອາກາດເຢັນສະບາຍ.
TAG
VOV/VOVworld/ສີຂຽວອຸ່ມທຸ່ມ/ລະດູໃບໄມ້ຫຼົ່ນ