VOV WorldVOV World
ຄວາມງາມຂອງດອກບານຢູ່ໃຈກາງຮ່າໂນ້ຍ
09/03/2018 03:46
(VOVWORLD) - ພາຍຫຼັງບຸນເຕັດ, ບັນຍາກາດອົບອຸ່ນ, ຢູ່ຖະຫນົນສາຍຕ່າງໆໃນຕົວເມືອງຮ່າໂນ້ຍ ດອກບານພວມບານສະພັ່ງເອ້ຄວາມງາມຢູ່ຕາມຖະໜົນສາຍຕ່າງໆທີ່ຮ່າໂນ້ຍ, ອັນໄດ້ດຶງດູດຜູ້ຄົນມາຖ່າຍຮູບເປັນຈຳນວນຫຼວງຫຼາຍ.
ຄວາມງາມຂອງດອກບານຢູ່ໃຈກາງຮ່າໂນ້ຍ
ເມື່ອເວົ້າເຖິງດອກບານ, ຜູ້ຄົນທັງຫຼາຍຄິດເລີຍເຖິງດອກໄມ້ພິເສດຢູ່ເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມເມື່ອລະດູບານໃໝ່ວຽນມາ. ແຕ່ດົນນານມາແລ້ວ, ດອກບານໄດ້ຖືກນຳມາປູກຢູ່ຮ່າໂນ້ຍ. ໃນລະຫວ່າງທ້າຍເດືອນກຸມພາຫາຕົ້ນເດືອນມີນາ, ດອກບານໄດ້ບານສະພັ່ງເອ້ຄວາມງາມຢູ່ຕາມຖະໜົນສາຍຕ່າງໆທີ່ຮ່າໂນ້ຍ. ໂດຍອີງຕາມສີສັນດອກໄມ້, ດອກບານຖືກຈັດເປັນຫຼາຍຊະນິດເຊັ່ນ: ດອກບານຂາວ, ດອກບານແດງຫຼືດອກບານສີມ່ວງ. ບໍລິເວນທາງບັກເຊີນ ໄດ້ດຶງດູດຜູ້ຄົນມາຖ່າຍຮູບດ້ວຍດອກບານຂາວຖືກປູກເປັນ 2 ແຖວພວມບານສະພັ່ງຢ່າງສວຍງາມ. ດອກບານປູກຢູ່ນີ້ແມ່ນດອກບານຂາວມີກີບໃຫຍ່ ແລະ ບານສະເໝີ ອາກາດໃນຊຸມມື້ນີ້ ອົບອຸ່ນແທດເໝາະກັບການຖ່າຍຮູບ. ບັນດາເພື່ອນໜຸ່ມນຸ່ງຊຸດເສື້ອຍາວ ຖ່ຍຮູບກັບດອກບານຢູ່ບໍລິເວນຖະໜົນຮວ່າງຢ້ຽວ ຕໍ່ໜ້າກັບທາງບັກເຊີນ. ພໍ່ລູກເຮົາພ້ອມກັບຖ່າຍຮູບກັບດອກບານເດີ. 2 ມື້ທ້າຍອາທິດ, ຖະໜົນຮ່ວາງຢ້ຽວຮຸ່ງແຈ້ງດ້ວຍສີສັນສວຍງານຂອງຊຸດເສື້ອຍາວພ້ອມກັບດອກບານ. ດອກບານນອກຈາກຖືກປູກຢູ່ບັກເຊີນ-ຮ່ວາງຢ້ຽວແລ້ວ, ດອກບານຍັງຖືກປູກຢູ່ຫຼາຍບ່ອນເຊັ່ນ: ໜອງໂຮ່ໄຕ, ບໍລິເວນອະນຸສາວະລີ ເລນິນ, ຫງວຽນຢູ… ຖະໜົນຫງວຽນຢູ, ໄປລຽບຕາມຝັ່ງໜອງ ຖ່ຽນກວາງ ແມ່ນຖະໜົນສາຍໜຶ່ງປູກດອກບານສີມ່ວງພວມບານສະພັ່ງຢ່າງຫຼວງຫຼາຍ. ທາງ 5 ແຍກ ຫງວຽນທ້າຍຫອກ- ເກືອນາມ-ຮ່າງບົງ-ຟານໂບ້ຍເຈົາ ສວນດອກໄມ້ຮ່າງເດົ້າ ປະຈຸບັນ, ດອກບານໄດ້ກາຍເປັນດອກໄມ້ຊະນິດທີ່ລຶ້ງເຄີຍກັບຊາວນະຄອນຫຼວງເມື່ອລະດູບານໃໝ່ວຽນມາ ແລະ ພ້ອມກັບດອກໄມ້ນາໆຊະນິດ ເອ້ຄວາມງາມ, ປະກອບສ່ວນເຮັດໃຫ້ນະຄອນຫຼວງຮ່າໂນ້ຍເພີ່ມຄວາມສວຍງາມຫຼາຍຂຶ້ນ.
TAG
VOV/VOVworld/ດອກ​ໄມ້/ບັ່ງ​ບານ