ຄວາມງາມທີ່ໃຫ່ຍໂຕມະໂຫຖານ ຂອງເຂດພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ-ສວນສະສາທາລະນະທໍລະນີທົ່ວໂລກ
02/12/2018 05:29
(VOVWORLD) -ສວນສາທາລະນະທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ ຫາກໍ່ໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນສວນສາທາລະນະທໍລະນີທົ່ວໂລກ. ດ້ວຍນາມມະຍົດນີ້, ສວນສາທາລະນະແຫ່ງນີ້ ໄດ້ກາຍເປັນສວນສາທາລະນະທໍລະນີທົ່ວໂລກແຫ່ງທີ່ສອງຢູ່ຫວຽດນາມ ຖັດຈາກສວນສາທາລະນະທໍລະນີທົ່ວໂລກເຂດພູພຽງຫີນດົງວັນ, ແຂວງ ຮ່າຢາງ.

ສວນສາທາລະນະທໍລະນີທົ່ວໂລກ Unesco ເຂດພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ ມີເນື້ອທີ່ກວ້າງເກືອບ 3.300 ຕາລາງກິໂລແມັດ,ກວມເອົາ ບໍລິເວນ 9 ເມືອງ. ບັນດານັກວິທະຍາສາດໄດ້ຄົ້ນພົບມໍລະດົກທໍລະນີທີ່ເປັນເອກະລັກ ຈຳນວນກວ່າ 1.300 ແຫ່ງ. ດ້ວຍພູມີສັນຖານທີ່ມີຫຼາຍຮູບຫຼາຍສີ, ທັດຊະນີຍະພາບຫີນປູນທີ່ອຸດົມສົມບູນ ພ້ອມກັບບັນດາທິວທັດທຳມະຊາດຄື ໜອງທາງແຮນ, ປ່າສະຫງວນແຫ່ງຊາດ ເຟຍອວັກ-ເຟຍແດນ, ນ້ຳຕົກຕາດ ບານຢົກ ເຊິ່ງແມ່ນໜຶ່ງໃນນ້ຳຕົກຕາດ 4 ແຫ່ງຢູ່ເຂດຊາຍແດນທີ່ໃຫ່ຍ ແລະ ສວຍງາມກວ່າໝູ່ໃນໂລກ. ສວນສາທາລະນະທໍລະນີກາວບັ່ງ ກໍ່ຍັງມີສະຖານທີ່ປະຫວັດສາດ ວັດທະນະທຳທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ສາກົນຫຼາຍແຫ່ງຄື ຖ້ຳປາກບໍ໋, ຫ້ວຍເລນິນ… ໂດຍນອນໃນສວນສາທາລະນະທໍລະນີກາວບັ່ງ, ນ້ຳຕົກຕາດບານຢົກ ທີ່ໃຫ່ຍໂຕມະໂຫຖານ ແລະ ສວຍງາມກວ່າໜູ່ຂອງຫວຽດນາມ ຂຶ້ນກັບບໍລິເວນຕາແສງ ດາມຖຸຍ, ເມືອງ ຈຸງແຄັ໋ງ ແຂວງ ກາວບັ່ງ.
TAG
VOV/VOVworld/ຫຼາຍຮູບ/ຫຼາຍສີ
Related







