VOV WorldVOV World
ລາຍການ “ເພງເດີນນັກຮຽນນະຄອນຫຼວງ” ດຳເນີນໄປຢ່າງຟົດຟື້ນ
15/11/2024 11:46
(VOVWORLD) - ປີ 2024, ຮ່າໂນ້ຍ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ (1954 – 2024) ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
ລາຍການ “ເພງເດີນນັກຮຽນນະຄອນຫຼວງ” ດຳເນີນໄປຢ່າງຟົດຟື້ນ
ຕອນເຊົ້າວັນທີ 10 ພະຈິກ, ຢູ່ເຂດຖະໜົນຍາງ ໂຮ່ເກືອມ, ພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ (ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ) ຮ່າໂນ້ຍ, ໄດ້ຈັດລາຍການ “ເພງເດີນນັກຮຽນນະຄອນຫຼວງ”, ເປີດສາກໃຫ້ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ.