VOV WorldVOV World
ນຸ່ງເສື້ອຍາວຖ່າຍຮູບໃນຍາມບຸນເຕັດ
15/02/2018 06:00
(VOVWORLD) - ເສື້ອຍາວ ແມ່ນຊຸດອາພອນປະຈຳຊາດ ນັບມື້ນັບໄດ້ຮັບການເລືອກເຟັ້ນຈາກແມ່ຍິງ ຫວຽດນາມ ພິເສດໃນຍາມບຸນເຕັດວຽນມາ.
ນຸ່ງເສື້ອຍາວຖ່າຍຮູບໃນຍາມບຸນເຕັດ
ນາງສາວຫວຽດນາມ ນຸ່ງເສື້ອຍາວ ຊຸດອາພອນປະຈຳຊາດທີ່ເຕັມໄປດ້ວຍຄວາມສະເຫນ່ (ພາບ: ຢາງທີ້ງ) ຊຸດເສື້ອຍາວ ດ້ວຍສີສັນລາກຫລາຍ ຍາມໃດກໍ່ແມ່ນການເລືອກເຟັ້ນຂອງແມ່ຍິງ ຫວຽດນາມ ນາງ ຫງວຽນທູຍງາ ພ້ອມກັບໝູ່ເພື່ອນມີຄວາມເອກອ້າງທະນົງໃຈເມື່ອໄດ້ນຸ່ງຊຸດເສື້ອຍາວທີ່ສວຍງາມຂອງຫວຽດນາມ ເອື້ອຍ ທູຍງາ, ຄູສອນຢູ່ມະຫາວິທະຍາໄລ FPT ໃຫ້ຮູ້ວ່າ: ປີໃດ ເອື້ອຍກໍ່ພ້ອມກັບບັນດາໝູ່ເພື່ອນຂອງຕົນຖ່າຍຮູບນຸ່ງເສື້ອຍາວໃນຍາມບຸນເຕັດເພື່ອຮັກສາບັນດາອະນຸສອນໃນຄາວຍັງເປັນຊາວຫນຸ່ມ. ເອື້ອຍ ມີງແຫ້ງ ປະຈຸບັນ ດຳລົງຊີວິດ ແລະ ເຮັດວຽກ ຢູ່ ຫາຍຟ່ອງ ຖືວ່າ: ແມ່ຍິງຫວຽດນາມ ເມື່ອນຸ່ງຊຸດເສື້ອຍາວ ຍິ່ງສ້າງຄວາມດູດດື່ມພິເສດ ແລະ ຍາມໃດກໍ່ດຶງດູດຄວາມສົນໃຈຈາກຜູ້ອື່ນ. ຊຸດເສື້ອຍາວເຊີດຊູບັນດາຄຸນຄ່າທີ່ເປັນມູນເຊື້ອ ແລະ ຄວາມງາມສະເຫນ່ຂອງຜູ້ນຸ່ງ ຍາກທີ່ມີຊຸດອາພອນໃດນຳມາເຊິ່ງບັນຍາກາດຄຶກຄື້ນໃນໂອກາດທ້າຍປີຄືເສື້ອຍາວ. ໃນຊຸມມື້ນີ້, ມາຢ້ຽມຢາມບັນດາສວນດອກໄມ້ຢູ່ ເຍີດເຕີນ, ພວກເຮົາຈະພົບເຫັນຮູບພາບສວຍງາມຂອງເອື້ອຍນ້ອງແມ່ຍິງຫວຽດນາມນຸ່ງເສື້ອຍາວ ຄຽງຂ້າງບັນດາຊຸດເສື້ອຍາວປະຈຳຊາດ, ໃນຊຸມມື້ມໍ່ໆມານີ້, ເສື້ອຍາວແບບໃຫມ່ນີ້ກໍ່ໄດ້ຮັບຄວາມນິຍົມຈາກແມ່ຍິງຫວຽດນາມ ພວກນ້ອງນ້ອຍມີຄວາມປິຕິຊົມຊື່ນເມື່ອໄດ້ນຸ່ງຊຸດເສື້ອຍາວຕ້ອນຮັບບຸນເຕັດ ເອື້ອຍ ທູຍທູຍ ໃຫ້ຮູ້ວ່າ: “ເສື້ອຍາວນຳມາເຊິ່ງບັນຍາກາດທີ່ສັກກະລະບູຊາ, ມີຄວາມສຸພາບໃນໂອກາດບຸນເຕັດ. ຜ່ານນັ້ນ ກໍ່ຢາກໃຫ້ລູກມີຄວາມສະຫນິດຕິດພັນ ແລະ ຮູ້ສຶກໃກ້ຊິດສະຫນິດສະຫນົມກັບບັນດາຄຸນຄ່າທີ່ເປັນມູນເຊື້ອນັບແຕ່ຄາວຍັງນ້ອຍ.
TAG
VOV/VOVworld/ລະ​ດູ​ບານ​ໃໝ່/ປີ​ໃໝ່/ຖ່າຍ​ຮູບ/ຄອບ​ຄົວ