VOV WorldVOV World
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5
13/09/2024 10:08
(VOVWORLD) - ຫວ່າງມໍ່ໆມານີ້, ນະຄອນ ໂຮ້ຍອານ, ແຂວງ ກວາງນາມ, ໄດ້ເປັນກຽດຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5, ທີ່ພິທີມອບລາງວັນທ່ອງທ່ຽວໂລກ 2024, ຈັດຂຶ້ນໃນວັນທີ 03 ກັນຍາ, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ.
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5
ໂດຍໄດ້ຂຶ້ນກາຍໜ້າຫຼາຍຄູ່ແຂ່ງໃຫຍ່ຄື ບັກກິ່ງ (ຈີນ), ເດລີ່ (ອິນເດຍ), ໂຕກຽວ (ຍີ່ປຸ່ນ), ເຊີອຸນ (ສ.ເກົາຫຼີ), ໂຮ້ຍອານຂອງ ຫວຽດນາມ ໄດ້ເປັນກຽດຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ປີ 2024 ທີ່ພິທີມອບລາງວັນທ່ອງທ່ຽວໂລກ ພາກພື້ນ ອາຊີ ແລະ ທະວີບໂອເຊອານີ ຄັ້ງທີ 31, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ. ດ້ວຍບັນດາບຸທ່າໄດ້ປຽບດ້ານປະຫວັດສາດ, ວັດທະນະທຳ, ໃນຫຼາຍປີ ໂຮ້ຍອານ ໄດ້ຮັບນາມມະຍົດວ່າແມ່ນ “ນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ໃນປີ 2019, 2021, 2022, 2023.