ພິທີມອບຮັບເຮືອບິນເອລີກອບເຕີ Mi -17 ຂອງລັດເຊຍ ໃຫ້ແກ່ກອງທັບອາກາດສປປລາວ
15/07/2018 09:03
(VOVWORLD) - ວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ ໄດ້ຈັດຕັ້ງພິທີມອບສົ່ງເຮືອບິນເອລີກອບເຕີ Mi – 17 ລວມທັງ 4 ລຳໃຫ້ແກ່ກອງທັບອາກາດ ລາວ ໂດຍບໍລິສັດ “Russian Helicopters” ຂຶ້ນກັບກະຊວງປ້ອງກັນປະເທດ ລັດເຊຍ ສ້ອມແປງປະຈຳໄລຍະຢູ່ກັບທີ່.
ພິທີມອບຮັບ ເຂົ້າຮ່ວມພິທີມີຜູ້ຕາງໜ້າກະຊວງປ້ອງກັນປະເທດ ສປປ ລາວ, ຜູ້ຕາງໜ້າບໍລິສັດ “Russian Helicopters”, ກຳລັງກອງທັບອາກາດ ລາວ ແລະ ນັກຂ່າວເປັນຈຳນວນຫຼວງຫຼາຍ. ປະຈຸບັນ, ສປປ ລາວ ໄດ້ກຳມະສິດເຮືອບິນກ່ວາ 20 ລຳໂດຍລັດເຊຍ ຜະລິດ, ໃນນັ້ນມີລຸ້ນ Mi 17 ແລະ Ka 32 2 ໃນຈຳນວນເຮືອບິນເອລີກອບເຕີ 4 ລຳໄດ້ມອບຮັບໃນຄັ້ງນີ້ ຫວ່າງແລ້ວນີ້, ເອລີກອບເຕີ Mi 17 ໂດຍກອງທັບ ອາກາດລາດຊະວົງໄທ ໄດ້ນຳໃຊ້ໃນບັ້ນກອບກູ້ເອົາຊີວິດທີມບານເຕະເຍົາວະຊົນທີ່ຕິດຄ້າງຢູ່ໃນຖ້ຳຫຼວງນາງນອນເກືອບ 3 ອາທິດຢ່າງມີປະສິດທິຜົນ. ບັນດານັກເຕັກນິກພວມປະຕິບັດລະບຽບການບໍລິຫານກ່ອນທີ່ນຳເຮືອບິນເຂົ້າເຄື່ອນໄຫວ ການບິນທົດລອງໃນສະໜາມບິນການທະຫານຢູ່ ວຽງຈັນ ໃນເງື່ອນໄຂອາກາດບໍ່ສະດວກນັ້ນ, ເຮືອບິນ Mi 17 ຍິ່ງສະແດງລັກສະນະພິເສດຂອງຕົນ ຜູ້ຕາງໜ້າ 2 ປະເທດ ແລະ ນັກຂ່າວເປັນຈຳນວນຫຼວງຫຼາຍທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເຫດການນີ້ 2 ຝ່າຍແລກປ່ຽນລາຍລະອຽດກ່ຽວກັບບັນດາຄຸນລັກສະນະດ້ານເຕັກນິກຂອງເຮືອບິນ ພາຍຫຼັງການບິນທົດລອງ, ຜູ້ຕາງໜ້າ 2 ຝ່າຍໄດ້ດຳເນີນການລົງນາມສັນຍາມອບສົ່ງເຮືອບິນ 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາໂຄງການກ່ຽວກັບການສ້ອມແປງ, ຫັນເຮືອບິນເອລີກອບເຕີ ເປັນທັນສະໄໝ, ກໍ່ຄືຊື້ເຮືອບິນໃໝ່ໃຫ້ກອງທັບອາກາດ ສປປ ລາວ. ຜູ້ຕາງໜ້າ ບໍລິສັດ “Russian Helicopters” ໄດ້ມອບໃບຢັ້ງຢືນເຮືອບິນໃຫ້ແກ່ຝ່າຍລາວ.
TAG
VOV/VOVworld/ເຮືອບິນ/ເອລີກອບເຕີ
Related







