ພັນລະຍາປະທານາທິບໍດີ ອິນໂດເນເຊຍ: ຫໍພິພິທະພັນແມ່ຍິງຫວຽດນາມ ວາດພາບຊີວິດຂອງແມ່ຍິງຫວຽດນາມ ຢ່າງມີຊີວິດຊີວາ
14/09/2018 09:49
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານ ເຈີນດ້າຍກວາງ ປະທານປະເທດຫວຽດນາມ ແລະພັນລະຍາ, ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ແລະ ພັນລະຍາ ມາຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 11-12 ກັນຍາ. ເນື່ອງໃນໂອກາດນີ້ ພັນລະຍາປະທານາທິບໍດີ ອິນໂດເນເຊຍ ທ່ານນາງ Iriana Joko Widodo ໄດ້ໄປຢ້ຽມຢາມຫໍພິພິທະພັນແມ່ຍິງຫວຽດນາມ

ທ່ານນາງ ຫງວຽນທິຮ່ຽນ, ພັນລະຍາປະທານປະເທດຫວຽດນາມ ຕ້ອນຮັບພັນລະຍາປະທານາທິບໍດີ ອິນໂດເນເຊຍ ທ່ານນາງ Iriana Joko Widodo ຢູ່ຫໍພິພິທະພັນແມ່ຍິງຫວຽດນາມ. ພັນລະຍາປະທານາທິບໍດີ ອິນໂດເນເຊຍ ໄປຢ້ຽມຢາມ 4 ຊັ້ນໃນ ຫໍພິພິທະພັນແມ່ຍິງຫວຽດນາມ ໂດຍວາງສະແດງບັນດາເອກະສານ ແລະ ວັດຖຸພັນ ຊື່ງເກັບມາໄດ້ໃນທົ່ວປະເທດ. ຮູບແມ່ຫວຽດນາມ ນັກອອກແບບ ຫງວຽນຟູເກື່ອງ ວັດຖຸພັນເຫລົ່ານີ້ແມ່ນຕິດພັນກັບຊີວິດຂອງແມ່ຍິງຫວຽດນາມ ທ່ານນາງ Iriana Joko Widodo ເວົ້າວ່າ: ຊຸດອາພອນຂອງແມ່ຍິງຫວຽດນາມ ແລະ ແມ່ຍິງອິນໂດເນເຊຍ ມີຫລາຍຈຸດຄ້າຍຄືກັນ. ພັນລະຍາທັງສອງທ່ານນາງ ພ້ອມດ້ວຍຄະນະ ຮັບຟັງການແນະນຳຂອງພະນັກງານຫໍພິພິທະພັນກ່ຽວກັບງານດອງຂອງຊາວເຜົ່າຢ້າວ ທ່ານນາງ Iriana Joko Widodo ມີຄວາມປະທັບໃຈຕໍ່ຮູບພາບ ແລະ ວັດຖຸພັນຂອງບັນດາແມ່ຍິງ, ນັກຮົບປະຕິວັດຫວຽດນາມຄື: ທ່ານນາງ ຫງວຽນທິມີນຄາຍ, ຮ່າທິເກວ.. ທ່ານນາງ Iriana Joko Widodo ຢ້ຽມຢາມເຂດວາງສະແດງບັນດາຜະລິດຕະພັນຫັດຖະກຳຂອງຫວຽດນາມ ໃນປື້ມບັນທຶກຄວາມຮູ້ສຶກ , ທ່ານນາງ Iriana Joko Widodo ໄດ້ຂຽນວ່າ: ຫໍພິພິທະພັນແມ່ຍິງໄດ້ສ້າງຄວາມປະທັບໃຈທີ່ສຸດ. ຫໍພິພິທະພັນ ໄດ້ວາດພາບ ແລະ ສ່ອງແສງເຖິງຊີວິດຂອງແມ່ຍິງຫວຽດນາມ ຢ່າງມີຊີວິດຊີວາ ແລະ ອຸດົມສົມບູນ. ສິ້ນສຸດການຢ້ຽມຢາມ, ພັນລະຍາປະທານາທິບໍດີ ອິນໂດເນເຊຍ ທ່ານນາງ Iriana Joko ຂອບອົກຂອບໃຈການຕ້ອນຮັບຢ່າງອົບອຸ່ນ ສະຫນິດສະຫນົມ ຂອງທ່ານນາງ ຫງວຽນທິຮ່ຽນ, ພັນລະຍາປະທານປະເທດຫວຽດນາມ ເຈີນດ້າຍກວາງ.
TAG
VOV/VOVworld/ອິນໂດເນເຊຍ/ແມ່ຍິງ/ພັນລະຍາ
Related







