VOV WorldVOV World
ສະຫນາມບິນສາກົນ ເວີນດົນ
06/01/2019 06:39
(VOVWORLD) -ພາຍຫລັງກໍ່ສ້າງມາເປັນເວລາ 2 ປີ, ມາຮອດປະຈຸບັນ ທ່າອາກາດສະຍານສາກົນ ເວີນດົນ (ແຂວງ ກວ໋າງນີງ) ໄດ້ສຳເລັດແລ້ວ ແລະ ຕ້ອນຮັບເຮືອບິນໂດຍສານຖ້ຽວທຳອິດໃນວັນທີ 30 ທັນວາປີ 2018.
ສະຫນາມບິນສາກົນ ເວີນດົນ
ສະຫນາມບິນສາກົນ ເວີນດົນ ແມ່ນສະຫນາມບິນສາກົນແຫ່ງທຳອິດໂດຍພາກເອກະຊົນໃນທົ່ວປະເທດລົງທຶນ ດ້ວຍຈຳນວນເງິນລົງທຶນແມ່ນປະມານ 7.700 ຕື້ດົງ. ນີ້ແມ່ນສະຫນາມບິນຂັ້ນ 4E (ຕາມມາດຖານຂອງອົງການການບິນພົນລະເຮືອນສາກົນ ICAO), ສະຫນາມບິນການທະຫານຂັ້ນ 2. ໄລຍະຫນຶ່ງ ສະຫນາມບິນຈະຮັບຜູ້ໂດຍສານແມ່ນ 2,5 ລ້ານຄົນ/ປີ. ຮັບສົ່ງສິນຄ້າປະມານ 10.000 ໂຕນ. ອາຄານຜູ້ໂດຍສານ ທ່າອາກາດສະຍານສາກົນ ເວີນດົນ ໄດ້ຮັບການຕີລາຄາວ່າແມ່ນແຫ່ງທີ່ທັນສະໄຫມກວ່າໝູ່ຢູ່ຫວຽດນາມ ໃນປະຈຸບັນ. ການຝືກຊ້ອມກວດກາຄວາມປອດໄພດ້ວຍລະບົບເຕັກໂນໂລຊີສູງ, ເຄື່ອງກວດທັນສະໄຫມ. ອວ່າຍຫນ້າສູ່ທິດລານຈອດ, ຜູ້ໂດຍສານອາດຈະເຫັນຮູບພາບພູຜາປ່າໄມ້ ແລະ ສ່ວນຫນຶ່ງຂອງທະເລຢູ່ ເມືອງເກາະເວີນດົນ ຄາດວ່າ ໄລຍະຫລັງປີ 2030 ຈະເປີດກວ້າງອາຄານໂດຍສານ ຖ້າສັງເກດເບື້ອງນອກ, ຊາຍຄາຂອງອາຄານຜູ້ໂດຍສານໄດ້ສ້າງຄວາມປະທັບໃຈ ຍ້ອນສີສັນຂອງຊາຍຄາອາດຈະປ່ຽນສີຈາກສີສົ້ມເປັນສີແດງອີງຕາມເງື່ອນໄຂອາກາດທີ່ແຕກຕ່າງກັນ. ສະຫນາມບິນ ເວີນດົນ ແມ່ນບ່ອນເຕົ້າໂຮມບັນດາເຕັກໂນໂລຊີທັນສະໄຫມອັບດັບຫນຶ່ງໃນໂລກ. ສະຫນາມບິນສາກົນ ເວີນດົນ ອາດຈະຕ້ອນຮັບເຮືອບິນທຸກປະເພດທັນສະໄຫມທີ່ສຸດໃນໂລກໄດ້.