VOV WorldVOV World
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ
13/01/2019 02:02
(VOVWORLD) - ໂຄງການໄດ້ຮັບການປະຕິບັດໂດຍນັກສິລະປະການ 15 ຄົນດ້ວຍ 22 ຜະລິດຕະພັນສິລະປະກຳຍຸກປະຈຸບັນທີ່ຫາກໍນຳສະເໜີຕົວຕໍ່ແຂກຄົນເມື່ອທ້າຍປີ 2018. ເປັນຄັ້ງທຳອິດທີ່ຫໍສະພາແຫ່ງຊາດຫວຽດນາມມີການປະດັບປະດາດ້ວຍສິລະປະທີ່ມີຂອບຂະໜາດໃຫຍ່ ແລະ ເປັນເອກະລັກເຊັ່ນນັ້ນ.
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ
ດ້ວຍຄວາມຍາວກວ່າ 500 ແມັດຂອງ 3 ສາຍທາງໃຕ້ດິນໃນ ຫໍສະພາແຫ່ງຊາດ, ຖືກປະດັບປະດາດ້ວຍບັນດາຜະລິດຕະພັນຫຼາກຫຼາຍສີສັນ ຈາກພາບສີນ້ຳມັນ, ພາບຈິດຕະກຳຖືກຈັດວາງຢ່າງງາມຕາ, ການສາຍວີດີໂອຕາມແພໄໝ, ຮູບແກະຄວັດສະຫຼັກ...ອັນໄດ້ສ່ອງແສງເຖິງບັນດາມູນມອງທີ່ໃໝ່ອ່ຽມຂອງສິລະປະຍຸກປະຈຸບັນທີ່ມີຕໍ່ບັນດາຄຸນຄ່າມໍລະດົກວັດທະນະທຳ, ສະຖາປັດຕະຍະກຳ, ສິລະປະຊົນເຜົ່າ  ບັນດາກຸ່ມຜະລິດຕະພັນຖືກຈັດວາງທີ່ມີຂອບຂະໜາດໃຫຍ່, ອັນໄດ້ສ້າງ ເປັນຫໍພິພິທະພັນສິລະປະຍຸກປະຈຸບັນ. ຢູ່ທີ່ນີ້, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມລະອຽດອ່ອນທາງດ້ານສິລະປະ, ສີມືອັນຄ່ອງແຄ້ວຂອງບັນດານັກສິລະປະການເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເປັນເອກະລັກຂອງມໍລະດົກວັດທະນະທຳໃນອະດີດ ແລະ ຍຸກປະຈຸບັນອີກດ້ວຍ.   ນັບແຕ່ເວລາລົງມືປະຕິບັດໂຄງການເປັນເວລາກ່ວາ 3 ເດືອນ, ບັນດານັກສິລະປະການພ້ອມກັບຜູ້ຊ່ວຍດ້ານເຕັກນິກ ແລະ ນາຍຊ່າງທີ່ຊຳນານງານ ກວ່າ 100 ຄົນທີ່ມາຈາກແຂວງທ້າຍບີງ, ເຫ້ວ ແລະ ຮ່າໂນ້ຍ ໄດ້ພະຍາຍາມເຮັດທັງເວັນ ແລະ ຄືນເພື່ອສຳເລັດບັນດາຜະລິດຕະພັນຕາມການອອກແບບໃນເຂດໃຕ້ດິນທີ່ຫໍສະພາແຫ່ງຊາດ.  ຜະລິດຕະພັນສິລະປະກຳ ໄດ້ສະແດງໃຫ້ເຫັນບັນດາມູນມອງກ່ຽວກັບມໍລະດົກຜ່ານ ສິລະປະກຳຍຸກປະຈຸບັນ, ແມ່ນການເຊື່ອມຕໍ່ລະຫວ່າງສິລະປະໃນສະໄໝບູຮານກັບຍຸກປະຈຸບັນ.  ຈິດຕະກອນ ຫງວຽນເທ້ເຊີນ ແບ່ງປັນວ່າ ເມື່ອໄດ້ໃຫ້ຄຳໝັ້ນໝາຍປະຕິບັດ, ສິ່ງທ້າທາຍອັນໃຫຍ່ຫຼວງສຳລັບລາວ ແລະ ບັນດາເພື່ອນຮ່ວມງານ ແມ່ນເຮັດແນວໃດເພື່ອສ້າງບັນດາຜະລິດຕະພັນທີ່ມີຄຸນຄ່າທາງດ້ານສິລະປະ, ທັງມີລັກສະນະແນວຄິດສູງ ເພາະວ່າ ນີ້ແມ່ນສູນກາງການເມືອງວັດທະນະທຳທີ່ສຳຄັນຂອງປະເທດຊາດ.      ຄາດວ່າ ຜະລິດຕະພັນສິລະປະກຳນີ້ ຈະຖືກຫ້ອງວ່າການສະພາແຫ່ງຊາດເລືອກເອົາເປັນບ່ອນທຳອິດໃນການມາຢ້ຽມຢາມ ຫໍສະພາແຫ່ງຊາດໃນໄລຍະທີ່ຈະມາເຖິງ…      ຜະລິດຕະພັນສິລະປະກຳບາງຢ່າງ:
TAG
VOV/VOVworld/