ສວນດອກໄມ້ທີ່ສວຍງາມຢູ່ຕີນຂົວລອງບຽນແຫ່ງປະຫວັດສາດ
24/11/2024 15:02
(VOVWORLD) - ສວນດອກໄມ້ທີ່ສວຍງາມຢູ່ຕີນຂົວລອງບຽນ ພວມກາຍເປັນສະຖານທີ່ຖ່າຍຮູບໃໝ່ທີ່ໄດ້ຮັບຄວາມນິຍົມຂອງຊາວນະຄອນຫຼວງ.

ສວນດອກໄມ້ທີ່ສວຍງາມຢູ່ຕີນຂົວລອງບຽນ ພວມກາຍເປັນສະຖານທີ່ຖ່າຍຮູບໃໝ່ທີ່ໄດ້ຮັບຄວາມນິຍົມຂອງຊາວນະຄອນຫຼວງ. ຢູ່ຕີນຂົວລອງບຽນ, ມີສວນດອກໄມ້ທີ່ສວຍງາມໄດ້ພາກັນອວດເອ້ຄວາມງາມ ສີສັນ ເຊິ່ງດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຖ່າຍຮູບເປັນຈຳນວນຫຼາຍໃນແຕ່ລະວັນ. ມີດອກໄມ້ຕົ້ນຕໍສອງຊະນິດໄດ້ຮັບການປູກຢູ່ທີ່ນີ້ຄື ດອກດາວເຮືອງ ແລະ ດອກດາວກະຈາຍ ສ້າງເປັນສີສັນເຫຼືອງເອີ່ເຮີ່ທີ່ປົກຄຸມທົ່ວເຂດ. ປັດຈຸບັນ, ສວນດອກໄມ້ໂດຍບັນດາພະນັກງານ ແລະ ສະມາຊິກ ສະຫະພັນແມ່ຍິງເມືອງ ບາດິ່ງ ບົວລະບັດຮັກສາໃນທຸກໆມື້. ພາຍຫຼັງເປີດຕົວ ສວນດອກໄມ້ໄດ້ກາຍເປັນ “ສະຖານທີ່ໄດ້ຮັບຄວາມສົນໃຈ” ສຳລັບບັນດານັກຖ່າຍຮູບ ເມື່ອມາລ່າບັນດາພາບຖ່າຍທີ່ສວຍງາມ. ສະຖານທີ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ຖ່າຍຮູບໃໝ່ຢູ່ນະຄອນຫຼວງ ຮ່າໂນ້ຍ ຢ່າງວ່ອງໄວ. ຈຸດເວລາດີທີ່ສຸດເພື່ອຖ່າຍຮູບແມ່ນຍາມຮຸ່ງເຊົ້າ ຫຼື ເມື່ອສາຍັນ. ປັດຈຸບັນ, “ສວນດອກໄມ້ ຝຸກສາ” - ກິດຈະກຳກ່ຽວກັບຄວາມມຸ່ງຫວັງການດຳລົງຊີວິດສີຂຽວ, ມີຄວາມຜາສຸກ ຂອງແມ່ຍິງເມືອງ ບາດິ່ງ - ໄດ້ເປີດປະຕູໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຊົມໂດຍບໍ່ເສຍຄ່າ .
TAG
VOV/VOVworld/
Related








