ຮູບພາບກ່ຽວກັບພິທີໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ
03/11/2018 06:16
(VOVWORLD) -ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີ 10 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 2 ພະຈິກຢູ່ນະຄອນວີ້ງອຽນ, ແຂວງ ວີ້ງຟຸກ.

ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບຄະນະກຳມະການປະຊາຊົນແຂວງວີ້ງຟຸກຈັດຂຶ້ນ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອໃນພື້ນຖານວັດທະນະທຳທີ່ເປັນເອກະພາບ ມີຫຼາຍຮູບຫຼາຍສີຂອງວົງຄະນະຍາດ 54 ຊົນເຜົ່າຫວຽດນາມ. ເຂົ້າຮ່ວມພິທີໄຂມີທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ທ່ານນາງ ດັ້ງທິຫງອກທີ້ງ ຮອງປະທານປະເທດ, ທ່ານພົນເອກ ໂດ້ບ້າຕິ ຮອງປະທານສະພາແຫ່ງຊາດ, ທ່ານ ຫງວຽນຫງອກຖ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ Michael Croft ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ພ້ອມກັບການນຳທຸ້ອງຖິ່ນ, ຜູ້ຕາງໜ້າກະຊວງ,ຂະແໜງການຕ່າງໆ. M ທ່ານ ຫງວຽນຫງອກຖ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຂຶ້ນກ່າວຄຳເຫັນທີ່ພິທີໄຂ. ຜູ້ຕາງໜ້າ 4 ແຂວງ ແລະ ນະຄອນຄື : ຮ່າໂນ້ຍ, ລ່າວກາຍ, ບັກນິງ ແລະ ວີ້ງຟຸກ ຕ້ອນຮັບໃບຢັ້ງຢືນຮັບຮອງພິທີກຳ ແລະ ການຫຼິ້ນກິລາດຶງເຊືອກ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຈາກອົງການ UNESCO. ບັນດານັກສິລະປີນ, ນັກສະແດງເຂົ້າຮ່ວມການຫຼິ້ນກິລາດຶງເຊືອກ. ວັນບຸນໂດຍມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປີນ, ນັກສະແດງ, ນັກເສບດົນຕີ, ນັກກິລາມະຫາຊົນບັນດາເຜົ່າ ຈຳນວນກວ່າ ພັນຄົນທີ່ມາຈາກ 10 ແຂວງເຂດທາງທິດຕາເວັນອອກສ່ຽງເໜືອຫວຽດນາມ. ການສະແດງເສບເຄື່ອງດົນຕີພື້ນເມືອງ ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີ 10 ປີ 2018 ດ້ວຍຫົວເລື່ອງ “ອະນຸລັກ,. ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອໃນໄລຍະປ່ຽນແປງໃໝ່-ເຊື່ອມໂຍງ ແລະ ພັດທະນາປະເທດຊາດແບບຍືນຍົງ” ຖືກດຳເນີນແຕ່ວັນທີ 2 ຫາວັນທີ 4 ພະຈິກ ຢູ່ນະຄອນວີ້ງອຽນ ແຂວງວີ້ງຟຸກ. ບັນດານັກສິລະປີນ, ນັກສະແດງທີ່ມາຈາກແຂວງຮ່າຢາງ. ຮູບພາບເສົາທຸງ ລຸ້ງກູ້-ດິນແດນຕອນເໜືອສຸດຂອງປະເທດຊາດ. ການວາດພາບເຖິງພວກອ້າຍເອື້ອຍພວມຖືກຸບຕາມປະເພນີ. ບັນຍາກາດງານບຸນ ເຂດພູສູງ. ລາຍການສະແດງດ້ວຍລະບົບແສງໄຟທີ່ເປັນເອກະລັກ. ວັນບຸນແມ່ນໂອກາດເພື່ອໃຫ້ນັກສິລະປະການ, ນັກສິລະປີນ, ນັກສະແດງ, ນັກເສບດົນຕີ, ນັກກິລາມະຫາຊົນໄດ້ພົບປະແລກປ່ຽນ, ຍົກສູງລະດັບຄວາມຮັບຮູ້ໃນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນປະເພນີຂອງບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອ.
Related







