ວັດ ໂບ໋ດາ - ປູຊະນີຍະສະຖານລະດັບຊາດພິເສດ
30/03/2018 11:29
(VOVWORLD) - ວັດ ໂບ໋ດາ ຖືກຕັ້ງຢູ່ຕີນພູ ໂບ໋ດາ ຂຶ້ນກັບຕາແສງ ຕຽນເຊີນ ເມືອງ ຫວຽດອຽນ ແຂວງ ບັກຢາງ ແມ່ນສູນພຸດທະສາສະຫນາໃຫຍ່ຂອງ ບັກຢາງ.

ວັດໂບ໋ດາ ແມ່ນວັດບູຮານມີມາແຕ່ດົນນານ ແລະ ໄດ້ຮັບການເປີດກວ້າງ, ພັດທະນາຢ່າງແຮງໃນສັດຕະວັດທີ XVII-XVIII ວັດແຫ່ງນີ້ແມ່ນບ່ອນຖືສິນກິນເຈ ແລະ ບຳລຸງສ້າງພະສົງສຳມະເນນສາສະນິກະຊົນເຊື່ອຖືນິກາຍເລີມເຕໃນກວ່າ 300 ປີ. ວັດໂບ໋ດາ ປະກອບມີຫ້ອງໃຫຍ່ນ້ອຍເກືອບ 100 ຫ້ອງ ເຄື່ອງປັ້ນດິນເຜົາໄດ້ນຳໃຊ້ຕົບແຕ່ງໃນວັດແຫ່ງນີ້ແມ່ນເອົາມາຈາກໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາໂຖຮ່າໃກ້ກັບວັດ ປະຈຸບັນ ວັດໂບ໋ດາ ຍັງຮັກສາກວ່າ 40 ພະພຸດທະຮູບ ພິເສດຢູ່ວັດໂບ໋ດາ ພວມເກັບຮັກສາແມ່ພິມຄຳພີສາສະຫນາພຸດ 1.935 ສະບັບ ແລະ ປື້ມຄຳພີຫລັກ 18 ຊຸດ ທີ່ຫາກໍ່ໄດ້ຮັບຮອງຈາກພັນທະມິດສະຖິຕິໂລກ Worldking ວ່າແມ່ນຊຸດແມ່ພິມຄຳພີສາສະຫນາຄວັດເທິງໄມ້ທີ່ເກົ່າແກ່ກວ່າໝູ່ໃນໂລກ. ນີ້ແມ່ນສາງເອກະສານອັນລ້ຳຄ່າ ບໍ່ພຽງແຕ່ສຳລັບດ້ານປະຫວັດສາດເທົ່ານັ້ນ ຫາກຍັງມີຄຸນຄ່າຄົ້ນຄ້ວາກ່ຽວກັບຫລາຍດ້ານອີກດ້ວຍ. ສວນທາດຢູ່ວັດແຫ່ງນີ້ແມ່ນສວນທາດໃຫຍ່ກວ່າໝູ່ຢູ່ ຫວຽດນາມ.
TAG
VOV/VOVworld/ໝູ່ບ້ານ/ເກົ່າແກ່
Related







