VOV WorldVOV World
ວັດຕືຮ້ຽວ-ວັດທີ່ເກົ່າແກ່ໃນນະຄອນເຫ້ວ
16/12/2018 05:44
(VOVWORLD) - ຮ່າໂນ້ຍ ໂດຍຊ້ອນຕົວໃນທ່າມກາງປ່າແປກ, ວັດຕືຮ້ຽວຂຶ້ນກັບຕາແສງ ຖຸຍຊວນ ແມ່ນວັດເກົ່າແກ່ໃນນະຄອນເຫ້ວ(ແຂວງເທຶ່ອທຽນເຫ້ວ). ວັດຕືຮ້ຽວ ຍັງແມ່ນສັນຍາລັກຂອງຈິດໃຈກະຕັນຍູ.
ວັດຕືຮ້ຽວ-ວັດທີ່ເກົ່າແກ່ໃນນະຄອນເຫ້ວ
ທາງເຂົ້າວັດ ປະຕູໂຂງຂອງ ວັດຕືຮ້ຽວ ວັດຕືຮ້ຽວໃນເບື້ອງຕົ້ນພຽງແຕ່ຕູບມຸງຫຍ້າເທົ່ານັ້ນໂດຍພະອາຈານມະຫາ ເຍິດດິ້ງ ສ້າງຂຶ້ນເມື່ອປີ 1843. ພະອົງຍັງບວດທັງເບິ່ງແຍງພະມານດາ. ຕຶ້ນຕັນໃຈຕໍ່ຄວາມກະຕັນຍູ, ພາຍຫຼັງພະອົງເຖິງແກ່ມໍລະນະພາບ, ເຈົ້າຊີວິດຕຶດຶກໄດ້ຕັ້ງຊື່ໃຫ້ ວັດແມ່ນວັດຕືຮ້ຽວ ໝາຍເຖິງຄວາມກະຕັນຍູຂອງລູກເຕົ້າທີ່ມີຕໍ່ພໍ່ແມ່ ວັດຕືຮ້ຽວ ສະຖານທີ່ຝັງສົບຂອງ ພະອາຈານມະຫາ ເຍິດດິ້ງ ປີ 1848, ພະອາຈານມະຫາ ເກືອງກີ ໄດ້ເລີ່ມໃຫ້ກໍ່ສ້າງວັດດ້ວຍຂອບຂະໜາດໃຫຍ່ກ່ວາ ດ້ວຍເງິນໃຊ້ຈ່າຍຈາກການສະໜອງຂອງ ເຈົ້າຊີວິດຕຶດຶກ ແລະ ການແຜ່ບໍລິຈາກຂອງພວກເຈົ້າເສນາອາມາດ ແລະ ພຸດທະສາສະນິກກະຊົນ. ນັບແຕ່ນັ້ນເປັນຕົ້ນມາ, ວັດຕືຮ້ຽວ ໄດ້ກາຍເປັນວັດໃຫຍ່.     ບໍລິເວນ ວັດຕືຮ້ຽວກ້ວາງປະມານ 8 ໄລ, ທາງໜ້າວັດມີຫ້ວຍນ້ຳໄຫຼອ້ອມທີ່ສວຍງາມ.  ຫ້ອງບູຊາໃຫຍ່ ໃນວັດຕືຮ້ຽວ ຄວາມລຽບງາຍຂອງ ວັດຕືຮ້ຽວ ຖືກສະແດງອອກຜ່ານສະຖາປັດຕະຍະກຳທີ່ເປັນປະເພນີຂອງຊາວຫວຽດນາມ.  ຫ້ອງບູຊາໃຫຍ່ແມ່ນບ່ອນບູຊາພະພຸດທະເຈົ້າ, ຢູ່ທາງຫຼັງແມ່ນບູຊາບັນພະບຸລຸດ ຕົ້ນໝາກເຟືອງທີ່ມີອາຍຸກ່ວາຮ້ອຍປີ ຫ້ອງບູຊາໃຫຍ່ ບໍລິເວນບັນດາສຸສານຂອງພວກເຈົ້າເສນາອາມາດໃນລາດຊະວົງຫງວຽນ ທີ່ມີການປະກອບສ່ວນເຂົ້າໃນການບູລະນະປະຕິສັງຂອນວັດ ວັດຕືຮ້ຽວແມ່ນສະຖານທີ່ເຊິ່ງ ພະອາຈານມະຫາ ທິກເຍິດແຫ້ງ ເຂົ້າບວດ ແລະ ພາຍຫຼັງໄປສອນສາສະໜາຢູ່ຕ່າງປະເທດເປັນເວລາຫຼາຍປີ, ປະຈຸບັນ ພະອົງໄດ້ກັບຄືນປະເທດ ແລະ ພວມຢູ່ວັດນີ້.  ພະອາຈານມະຫາ ທິກເຍິດແຫ້ງ  ດ້ວຍຄວາມງາມຢ່າງກົມກ່ຽວລະຫວ່າງສະຖາປັດຕະຍະກຳ ແລະ ທັດສະນີຍະພາບທີ່ສວຍງາມເປັນໜ້າຈັບໃຈ, ໃນທຸກວັນນີ້, ວັດຕືຮ້ຽວ ບໍ່ພຽງແຕ່ແມ່ນສະຖານທີ່ນະມັດສະການຂອງພຸດທະສາສະນິກກະຊົນເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂກທ່ອງທ່ຽວທັງຫຼາຍອີກດ້ວຍ
TAG
VOV/VOVworld/ວັດຕືຮ້ຽວ/ວັດເກົ່າແກ່/ນະຄອນເຫ້ວ