VOV WorldVOV World
ຮ່ວມແຮງຮ່ວມໃຈເພື່ອບຸນໄຫວ້ພະຈັນທີ່ອົບອຸ່ນ
04/10/2017 05:07
(VOVWORLD) - ເນື່ອງໃນໂອກາດບຸນໄຫວ້ພະຈັນວັນເພັງເດືອນ ໄລ່ຕາມຈັນທະປະຕິທິນ ແລະ ວັນຜູ້ອາຍຸສູງຄືວັນທີ 1 ຕຸລາ, ມີຫຼາຍອົງດານຈັດຕັ້ງເຄື່ອນໄຫວເພື່ອການກຸສົນໄດ້ໄປຍັງສູນຊ່ວຍເຫຼືອສັງຄົມ 3 - ໄຕໂມ້ - ເມືອງຕືລຽມ, ຮ່າໂນ້ຍເພື່ອຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນ ບຸນໄຫວ້ພະຈັນ.
ຮ່ວມແຮງຮ່ວມໃຈເພື່ອບຸນໄຫວ້ພະຈັນທີ່ອົບອຸ່ນ
ທ່ານນາງ ເຈີນທິຫາຍ, ຜູ້ອຳນວຍການສູນໃຫ້ຮູ້ວ່າ ປະຈຸບັນ, ທາງສູນມີຜູ້ເຖົ້າ 90 ຄົນພວມຢູ່ໃນສະພາບປ່ຽວພອຍ ບໍ່ມີບ່ອນເພິ່ງພາອາໄສ ແລະ ເດັກ 45 ຄົນມີສະພາບຄອບຄົວຫຍຸ້ງຍາກ. ສູນໄດ້ຕ້ອນຮັບຄະນະເຄື່ອນໄຫວເພື່ອການກຸສົນມາຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນ ບຸນໄຫວ້ພະຈັນ. ບັນດາສະມາຊິກໃນຄະນະເຄື່ອນໄຫວເພື່ອການກຸສົນ ຕ່າງກໍສະແດງຄວາມຮັກແພງ ແລະ ໂອ້ລົມກັບພວກເດັກຢູ່ນີ້. ນາງ Wahyu Sulistya Affarah ຊາວອິນໂດເນເຊຍ ຜູ້ເຂົ້າຮ່ວມງານປະກວດສຽງເພງອາຊຽນ + 3 ໃຫ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວອາສາສະໝັກທີ່ມີຄວາມໝາຍຢູ່ຫວຽດນາມທີ່ນາງໄດ້ເຂົ້າຮ່ວມ. ບັນດາຂອງຂວັນທີ່ຝາກເຖິງພວກນ້ອງແມ່ນປຶ້ມອ່ານ, ອຸປະກອນການຮຽນ, ກະເປົານັກຮຽນ, ເຂົ້າໜົມ ດ້ວຍຄວາມຫວັງຢາກໃຫ້ພວກນ້ອງຍາມໃດກໍມ່ວນຊື່ນ ແລະ ດຸໝັ້ນຮ່ຳຮຽນ. ເດັກສອງຄົນແບ່ງຂອງຂວັນໃຫ້ກັນ. ບັນດາຄະນະເຄື່ອນໄຫວເພື່ອການກຸສົນສົ່ງຂອງຂວັນເຖິງສູນເພື່ອຮັບໃຊ້ຊີວິດປະຈຳວັນໃຫ້ແກ່ບັນດາເປົ້າໝາຍໄດ້ຮັບການຊ່ວຍເຫຼືອສັງຄົມ ຄວາມມ່ວນຊື່ນຢ່າງລົ້ນເຫຼືອ. ບັນດາຢາດນ້ຳຕາແຫ່ງຄວາມຕື້ນຕັນໃຈຂອງບັນດາຜູ້ເຖົ້າໃນສູນເມື່ອໄດ້ຮັບຂອງຂວັນ ແລະ ຄວາມແບ່ງເບົາ. ການຊ່ວຍເຫຼືອ ບັນດາຜູ້ເຖົ້າໃນສູນ. ເພື່ອເປັນການເຂົ້າຮ່ວມໃນການເຄື່ອນໄຫວ, ນັກຮ້ອງ ຫງວຽນຮ່ວາງຢຸງ ໄດ້ສະແດງລາຍການສິລະປະທີ່ດູດດື່ມຮັບໃຊ້ພວກເດັກ ແລະ ຜູ້ເຖົ້າ. ພວກເດັກສາກົນຂັບຮ້ອງເພງ “ Twinker little star ” ບັນດາຄະນະເຄື່ອນໄຫວເພື່ອການກຸສົນຈັດການເຄື່ອນໄຫວຫຼາຍຢ່າງ ເຊັ່ນ: ການລະຫຼິ້ນຢູ່ກາງແຈ້ງ, ການເຮັດໂຄມໄຟ, ແຕ້ມໜ້າກາກ, ຂັບຮ້ອງ…. ເດັກຄົນໜຶ່ງໃນສູນຂັບຮ້ອງເພງ “ ຫຼານມີອາຍຸ 3 ປີ” ຄວາມເພີດເພິ່ນ ແລະ ການສະແດງຄວາມໃນໃຈຢ່າງຈິງໃຈໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ບັນດາສະມາຊິກໃນຄະນະອາສາສະໝັກ.
TAG
VOV/VOVworld/ບຸນ​ໄຫວ້​ພະ​ຈັນ