VOV WorldVOV World
ນັກຮົບເກົ່າ ຫງວຽນຕື໋ຮຸ່ງ - ພົນລະເມືອງດີເດັ່ນ ນະຄອນຫຼວງຮ່າໂນ້ຍ ປີ 2018
27/10/2018 07:00
(VOVWORLD) -ໄປຢາມໝູ່ບ້ານ ແຫ້ງດ່ານ, ຕາແສງ ເຕິນເລິບ, ເມືອງ ດານເຟື້ອງ, ນະຄອນ ຮ່າໂນ້ຍ, ຖາມຫາເຮືອນນັກຮົບເກົ່າ ຫງວຽນຕື໋ຮຸ່ງ, ປະຊາຊົນໃນໝູ່ບ້ານໃຜໆກໍຮູ້ຈັກເຖິງ. ລຸງ ຮຸ່ງ ເປັນຄົນທີ່ຮັກແພງ ແລະ ເຄົາລົບນັບຖືຂອງພໍ່ແມ່ປະຊາຊົນໃນໝູ່ບ້ານ ຍ້ອນຄວາມສະໝັກໃຈໃນການປະກອບສ່ວນຢ່າງຫຼວງຫຼາຍ ບໍ່ວ່າຈະເປັນເງິນຄຳກໍຄືກຳລັງເຫື່ອແຮງໃນການສ້າງສາບ້ານເກີດເມືອງນອນເປັນສີຂຽວ - ສະອາດ - ງາມຕາ. ນັກຮົບເກົ່ານັ້ນ ເປັນກຽດໄດ້ຮັບການຮັບຮອງເອົາເປັນໜຶ່ງໃນຈຳນວນ ພົນລະເມືອງດີເດັ່ນ 10 ຄົນຂອງນະຄອນຫຼວງຮ່າໂນ້ຍປີ 2018.
        ລຸງ ຮຸ່ງ ລູກກ່ຳພ້າມາແຕ່ຄາວຍັງນ້ອຍ, ລຸງເຕີບໃຫຍ່ຂຶ້ນດ້ວຍການລ້ຽງດູ, ບອກສອນຂອງຍາດຕິພີ່ນ້ອງແລະ ພໍ່ແມ່ປະຊາຊົນໃນໝູ່ບ້ານ. ເມື່ອຄາວຍັງໜຸ່ມແໜ້ນ, ລຸງ ຮຸ່ງ ເຂົ້າຮ່ວມການຕໍ່ສູ້ກູ້ຊາດຕ້ານ ອາເມລິກາ ແລະ ບັ້ນຮົບເຂດຊາຍແດນທາງພາກເໜືອ. ພາຍຫຼັງອອກຈາກຖັນແຖວການທະຫານແລ້ວ, ລຸງ ຮຸ່ງ ໄດ້ເຂົ້າຮ່ວມວຽກງານສັງຄົມຢູ່ທ້ອງຖິ່ນ. ລຸງເປັນຜູ້ແທນສະພາປະຊາຊົນຕາແສງ ເຕິນເລິບ ອາຍຸການ 1994 – 1999. ໂດຍເສີມຂະຫຍາຍມູນເຊື້ອເປັນທະຫານຂອງ ລຸງ ໂຮ່ (ປະທານໂຮ່ຈີມິນ), ລຸງ ຮຸ່ງ ພ້ອມກັບຄອບຄົວໄດ້ພັດທະນາເສດຖະກິດຊົນນະບົດ. ສ່ວນຕົວລຸງ ຮຸ່ງ ແລະ ຄອບຄົວຂອງທ່ານໄດ້ເຮັດວຽກງານຫຼາຍຢ່າງທີ່ມີຄວາມໝາຍ, ແທດຈິງ ແລະ ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ.
TAG
VOV/VOVworld/ພົນລະເມືອງດີເດັ່ນ/ຫງວຽນຕື໋ຮຸ່ງ