VOV WorldVOV World
ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ
13/02/2015 03:16
ທ່ອງ​ທ່ຽວ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ, ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ເຂົ້າ​ໃນ GDP ຂ​ອງ​ກຸ່ມ ອາ​ຊຽນ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ຂອງ 10 ປະ​ເທດ​ສະ​ມາ​ຊິກ.
ໃນ​ຊຸມ​ປີມໍ່​ໆ​ມານີ້, ທ່ອງ​ທ່ຽວ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ, ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ເຂົ້າ​ໃນ GDP ຂ​ອງ​ກຸ່ມ ອາ​ຊຽນ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ຂອງ 10 ປະ​ເທດ​ສະ​ມາ​ຊິກ. ​ອາ​ຊຽນ​ມີ​ທັດ​ສະ​ນີ​ຍະ​ພາບ​ 36 ແຫ່ງ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ໃນ​ປີ 2014, ໄດ້ແຂກ​ທ່ອງ​ທ່ຽວ​ສາ​ກົນ 97,2 ລ້າ​ນ​ເທ​ື່ອ​ຄົນ​ເລືອກ​ເຟັ້ນ ອາ​ຊຽນ ເປັນ​ສະ​ຖ​ານ​ທີ່​ທ່ອງ​ທ່ຽວ​ຂອງ​ຕົນ. ໃນ​ນັ້ນ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ກຸ່ມ ອາ​ຊຽນ ກວມ​ກ່​ວາ​ເຄິ່ງ​ໜຶ່ງ. ຈົ່ງ​ພ້ອມ​ກັບ​ພວກ​ຂ້າ​ພະ​ເຈົ້າ​ລວບ​ລ​ວມ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ຢູ່​ບາງ​ປະ​ເທດສະ​ມາ​ຊິກ ອາ​ຊຽນ​ຄື: ໄທ, ລາວ, ກຳ​ປູ​ເຈຍ ແລະ ອິນ​ໂດ​ເນ​ເຊຍ. ​​