VOV WorldVOV World
ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ
25/04/2024 08:22
(VOVWORLD) - ສອງອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 793 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 44 ສະບັບຈາກທ່ານຜູ້ຟັງ.
ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ
+ ຈາກປະເທດ ແອັດສະປາຍ, ທ່ານຜູ້ຟັງ Juan Diez ໄດ້ສະແດງຄວາມສົນໃຈຕໍ່ການຢ້ຽມຢາມ ຈີນ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ໃນຈົດໝາຍທ່ານໄດ້ຂຽນວ່າ: “ການພົວພັນສອງຝ່າຍ ຫວຽດນາມ - ຈີນ ຄວນໄດ້ຮັບ ການເປີດກວ້າງ ການຮ່ວມມືໃນລະດັບສູງສຸດ ໃນສະພາບການປະຈຸບັນ. ສົງຄາມ ແລະ ສະພາບການເສດຖະກິດ ທີ່ ຊຸດໂຊມຂອງລັດທິທຶນນິຍົມໄດ້ກໍ່ໃຫ້ເກີດຫຼາຍສິ່ງຈຳກັດສຳລັບຕະຫຼາດສາກົນ, ແຕ່ລັດທິສັງຄົມນິຍົມກ້າວໜ້າກ່ວາຫຼາຍເມື່ອທຽບໃສ່ລັດທິທຶນນິຍົມທີ່ຫຼ້າຫຼັງ ບໍ່ມີຄວາມ ອາດ ສາມາດພັດທະນາໄດ້. ຈີນ ແລະ ຫວຽດນາມ ຕ້ອງເປັນພະຍານຫຼັກຖານໃຫ້ໂລກເຫັນໄດ້ລັກສະນະສຸດຍອດຂອງລັດທິສັງຄົມນິຍົມ, ເປີດກ້ວາງການຮ່ວມມື ແລະ ພັດທະນາແບບຍືນຍົງໃຫ້ ເຖິງລະດັບ ສູງສຸດ”. + ສ່ວນທ່ານ ພອນສະຫວັນ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງຈົດໝາຍມາຍັງລາຍການ, ໂດຍໃຫ້ຂໍ້ສັງເກດກ່ຽວກັບບັນດາຂ່າວ, ບົດ ເນື່ອງໃນໂອກາດວັນບຸນບູຊາ ເຈົ້າຊີວິດ ຮູ່ງ ທີ່ຈັດຂຶ້ນໃນອາທິດຜ່ານມາ, ທ່ານຂຽນວ່າ: ຂ້າພະເຈົ້າເຫັນວ່າ, ຊາວ ຫວຽດນາມ ຮັກສາ ໄດ້ ບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອດີງາມ, ເຊີດຊູບັນດານັກວິລະຊົນຂອງປະເທດຊາດແມ່ນສິ່ງທີ່ລ້ຳຄ່າຫຼາຍ. ຜ່ານບັນດາຂ່າວ, ບົດທີ່ເອົາລົງໃນ ເ ວບໄຊ vovworld.vn, ຊາວຕ່າງປະເທດຄືພວກຂ້າພະເຈົ້າຈະເຂົ້າໃຈ ຫຼາຍ ກວ ່ າ ກ່ຽວກັບປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ. ຜ່ານນີ້, ກໍ່ ມີຄວາມ ເຂົ້າໃຈກວ ່ າກ່ຽວກັບຮີດຄອງປະເພນີ ທີ່ ຍາວນານຂອງຊາວ ຫວຽດນາມ. ຂໍ ອວຍພອນໃຫ້ປະເທດ ຫວຽດນາມ, ປະຊາຊົນ ຫວຽດນາມ ມີຄວາມຜາສຸກຕະຫຼອດ ໄປ .
TAG
VOV/VOVworld/ກາ​ເຟ/ສະ​ຖາ​ປັດ​ຕະ​ຍາ​ກຳ/ລວດ​ລາຍ​ງາມ​ຕາ