ແນະນຳບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງລະດັບພາກພື້ນ ແລະ ສາກົນຢູ່ ຫວຽດນາມ
30/10/2025 16:51
(VOVWORLD) - ມີຈົດໝາຍທັງໝົດ 464 ສະບັບ ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 18 ສະບັບຈາກທ່ານຜູ້ຟັງລາວ.

ໃນໄລຍະມໍ່ໆມານີ້, ມີຫຼາຍສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ຮັບການເຊີດຊູໃນການຄັດເລືອກລະດັບສາກົນ ແລະ ພາກພື້ນ. ບັນດາຂໍ້ມູນຂ່າວດັ່ງກ່າວ, ຍິ່ງດຶງດູດແຂກທ່ອງທ່ຽວສາກົນໃຫ້ມີຄວາມສົນໃຈຢາກມາທ່ຽວ ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງຜ່ານຈຳນວນຈົດໝາຍ ແລະ ຄຳຖາມທີ່ກ່ຽວຂ້ອງເຖິງຂົງເຂດທ່ອງທ່ຽວ ເຊິ່ງພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ. ເພາະສະນັ້ນ, ໃນລາຍການມື້ນີ້, ພວກຂ້າພະເຈົ້າຂໍສະຫງວນເວລາເພື່ອຕອບບັນດາຄຳຖາມທີ່ກ່ຽວຂ້ອງເຖິງເນື້ອໃນນີ້. ພາຍຫຼັງໄດ້ເອົາຂ່າວ “ໂລໂລຈາຍ ໄດ້ຮັບການເຊີດຊູວ່າ ແມ່ນໝູ່ບ້ານທ່ອງທ່ຽວງາມທີ່ສຸດໃນໂລກ” ລົງໃນເວບໄຊ vovworld.vn, ພວກຂ້າພະເຈົ້າກໍໄດ້ຮັບການຕອບກັບຈາກຜູ້ຟັງຈຳນວນຫຼາຍ. ໃນນັ້ນ, ເພື່ອນ ພອນປະເສີດ, ຢູ່ນະຄອນຫຼວງ ວຽງຈັນ ຖາມມາວ່າ: “ໂລ ໂລ ຈາຍ ແມ່ນ ໝູ່ ບ້ານ ຊົນ ເຜົ່າ ສ່ວນ ໜ້ອຍ ຂອງ ຫວຽດ ນາມ ແມ່ນ ບໍ ? ຊົນ ເຜົ່າ ໂລ ໂລ ຈາຍ ມີ ຈຸດ ພິ ເສດແນວ ໃດ ແດ່ ? ” ໃນລາຍການມື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ພອນປະເສີດ ຄືດັ່ງນີ້: ໂລໂລຈາຍ ແມ່ນໝູ່ບ້ານໜຶ່ງຢູ່ແຂວງ ຕວຽນກວາງ ຂອງ ຫວຽດນາມ ລວມມີ 2 ຊາວເຜົ່າສ່ວນໜ້ອຍດຳລົງຊີວິດຢູ່ຮ່ວມກັນ, ນັ້ນແມ່ນຊາວເຜົ່າ ໂລໂລ ແລະ ຊາວເຜົ່າ ມົ້ງ, ໃນນັ້ນ ຊາວເຜົ່າ ໂລໂລ ກວມເອົາສ່ວນຫຼາຍ.
TAG
VOV/VOVworld/
Related








