ແນະນຳກ່ຽວກັບບັນຍາກາດຂ່ຳນັບຮັບຕ້ອນວັນຊາດທີ 2 ກັນຍາ
26/08/2021 07:45
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ໃນວັນພະຫັດຂອງທຸກໆອາທິດ. ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວຈຳນວນ 362 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ບັນດາຄຳຖາມທີ່ກ່ຽວກັບການເຄື່ອນໄຫວຂ່ຳນັບຮັບຕ້ອນວັນຊາດທີ 2 ກັນຍາ ແລະ ພິທີໄຂສົກຮຽນໃໝ່ ແມ່ນບັນດາເນື້ອໃນພົ້ນເດັ່ນຂອງຈົດໝາຍ 11 ສະບັບ ທີ່ທ່ານຜູ້ຟັງລາວ ໄດ້ຝາກມາຍັງລາຍການພາກພາສາລາວ ໃນອາທິດຜ່ານມາ.
ຈົດໝາຍສະບັບທຳອິດ ແມ່ນຂອງເພື່ອນ ດວງຈັນ ຢູ່ແຂວງ ຄຳມ່ວນ ໂດຍມີເນື້ອໃນດັ່ງນີ້: “ ຂອບ ໃຈ ລາຍ ການ ພາກ ພາ ສາ ລາວ ທີ່ ໄດ້ ແນະ ນຳຫຼາຍ ຂ່າວ , ບົດ ທີ່ດີໆ ພ້ອມ ດ້ວຍ ພາບ ສາ ລະ ຄະ ດີ ກ່ຽວ ກັບ ການ ປະ ຕິ ວັດ ເດືອນ ສິງ ຫາ ແລະ ທ່ານ ພົນ ເອກ ຫວໍ ງວຽນ ຢາບ ທີ່ ປີ ຊາ ສາ ມາດ ແລະ ແສນ ເຄົາ ລົບ ນັບ ຖື ”. ເພື່ອນກໍແບ່ງປັນຕື່ມອີກວ່າ: ເພື່ອນຫາກໍຮຽນຈົບສະຖາບັນການປົກຄອງແຫ່ງຊາດ ແລະ ກັບເມືອປະເທດໄດ້ 1 ປີແລ້ວ. ເພື່ອນຄິດຮອດຮ່າໂນ້ຍຫຼາຍ. ຂອບໃຈເພື່ອນ ດວງຈັນ ທີ່ໄດ້ຕິດຕາມຂ່າວ, ບົດ ກໍຄືສົ່ງຈົດໝາຍມາຍັງລາຍການຂອງພວກເຮົາ. ຂອບໃຈເພື່ອນທີ່ຍັງຄິດຮອດຄິດເຖິງ ຮ່າໂນ້ຍ ແລະ ຮ່າໂນ້ຍ ຍາມໃດກໍຍິນດີຕ້ອນຮັບເພືິ່ອນ ກໍຄືທ່ານຜູ້ຟັງທຸກຄົນມາຢ້ຽມຢາມ. ຂໍອວຍພອນໃຫ້ເພື່ອນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ກັບມາຢ້ຽມຢາມ ຮ່າໂນ້ຍ ໃນເວລາໄວໆນີ້ ເມື່ອໂລກລະບາດໄດ້ຮັບການຄວບຄຸມ. ຈົດໝາຍສະບັບຕໍ່ໄປ ແມ່ນຂອງເພື່ອນ ທິບພະວົງ ຢູ່ແຂວງ ຊຽງຂວາງຂອງ ລາວ. ເພື່ອນ ທິບພະວົງ ຖາມວ່າ: “ ຂ້າ ພະ ເຈົ້າ ໄດ້ ຮູ້ ມາ ວ່າ ຮ່າ ໂນ້ຍ ຈະ ສືບ ຕໍ່ ປະ ຕິ ບັດ ການ ແຍກ ຫ່າງ ສັງ ຄົມ ໄປ ຮອດ ວັນ ທີ 6 ກັນ ຍາ . ຂ້າ ພະ ເຈົ້າ ຢາກ ຮູ້ ວ່າ ບັນ ຍາ ກາດ ຂ່ຳ ນັບ ຮັບ ຕ້ອນ ວັນ ຊາດ ທີ 2 ກັນ ຍາ ຢູ່ ຮ່າ ໂນ້ຍ ຈະເປັນຄື ແນວ ໃດ ?”
TAG
VOV/VOVworld/
Related








