VOV WorldVOV World
ແນະ​ນຳ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ ເມືອງ​ເກົ່າ ໂຮ້ຍ​ອານ
16/05/2024 10:23
(VOVWORLD) -ໃນອາທິດຜ່ານມາ, ມີຈົດໝາຍ 443 ສະບັບ ໄດ້ສົ່ງມາຍັງ VOV5, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 23 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ ເມືອງ​ເກົ່າ ໂຮ້ຍ​ອານ
ຈົດໝາຍສະບັບທຳອິດ ທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ ແມ່ນຂອງເພື່ອນ ຮວ່າງເຕິນ, ຢູ່ແຂວງ ບັກຢາງ - ອະດີດນັກສຶກສາ ຫວຽດນາມ ຢູ່ລາວ ດ້ວຍເນື້ອໃນດັ່ງນີ້: “ ໃນ ລາຍ ການ ທ່ອງ ທ່ຽວ ຢູ່ ແຂວງ ເງະ ອານ ຂອງຄອບ ຄົວ , ພວກ ຂ້າ ພະ ເຈົ້າ ໄດ້ ໄປ ຢາມ ແລະ ຖະ ຫວາຍ ທູບ ທຽນ ອາ ໄລ ຫາ ປະ ທານ ໂຮ່ ຈີ ມິນ ທີ່ ແສນ ເຄົາ ລົບ ຮັກ ຢູ່ ເຂດ ອະ ນຸ ສອນ ສະ ຖານ ກິມ ລຽນ , ເມືອງ ນາມ ດ່ານ - ບ້ານ ເກີດ ຂອງ ປະ ທານ ໂຮ່ ຈີ ມິນ . ພວກ ຂ້າ ພະ ເຈົ້າ ມີ ຄວາມ ປະ ທັບ ໃຈ ຕໍ່ ເຮືອນ ທີ່ ລະ ນຶກ ປະ ທານ ໂຮ່ ຈີ ມິນ ທີ່ ໄດ້ ອອກ ແບ ບ ຕາມ ສະ ຖາ ປັດ ຕະ ຍາ ກຳ ເຮືອນ ຮ້ານ ລາວ . ເບິ່ ງ ຄື ວ່າ ເມື່ອ ໄປ ຮອດ ແຂວງ ໃດ ຂອງ ຫວຽດ ນາມ ກໍ ພົບ ເຫັນ ສັນ ຍາ ລັກ ແຫ່ງ ນ້ຳ ໃຈ ໄມ ຕີ ຈິດ ມິ ດ ຕະ ພາບ ຫວຽດ ນາມ - ລາວ ”. ເຮືອນ ທີ່ ລະ ນຶກ ປະ ທານ ໂຮ່ ຈີ ມິນ ທີ່ ໄດ້ ອອກ ແບ ບ ຕາມ ສະ ຖາ ປັດ ຕະ ຍາ ກຳ ເຮືອນ ຮ້ານ ລາວ (ພາບ: baonghean.vn) ຂອບໃຈເພື່ອນ ຮວ່າງເຕິນ ທີ່ໄດ້ສົ່ງຈົດໝາຍມາແບ່ງປັນກັບລາຍການ. ນະທີ່ນີ້, ພວກຂ້າພະເຈົ້າ ຂໍແຈ້ງໃຫ້ທ່ານຮັບຊາບຕື່ມອີກວ່າ ເຮືອນທີ່ລະນຶກ ປະທານ ໂຮ່ຈີມິນ ທີ່ເພື່ອນ ຮວ່າງເຕິນ ຫາກໍ່ເວົ້າເຖິງນັ້ນ ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ລາວ ຊຶ່ງໄດ້ກໍ່ສ້າງຕາມສະຖາປັດຕະຍາກຳລາວ ແລະ ໄດ້ເປີດຕ້ອນຮັບແຂກມາຢ້ຽມຊົມແຕ່ປີ 1990 ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ແລະ ໄດ້ຮັບການບູລະນະປະຕິສັງຂອນແຕ່ປີ 2016. ກິດຈະກຳໄດ້ຮັບການກໍ່ສ້າງຂຶ້ນເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງພື້ນຖານແກ່ການພົວພັນແບບພິເສດ ຫວຽດນາມ - ລາວ ຂອງພວກເຮົາ. ນີ້ກໍແມ່ນບ່ອນວາງສະແດງບັນດາວັດຖຸພັນ, ອະນຸສອນຂອງປະທານ ໂຮ່ຈີມິນ ທີ່ຕິດພັນກັບພັກ ແລະ ລັດ ລາວ, ກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ  ໃນວິວັດທະນາການຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍໃຫ້ແກ່ພາລະກິດຍາດເອົາເອກະລາດ ແລະ ສັນຕິພາບມາໃຫ້ສອງຊາດພວກເຮົາ. ໃນຈົດໝາຍຝາກເຖິງ VOV5, ເພື່ອນ Jose Moacir Portera de Melo, ຊາວ ບຣາຊິນ ໄດ້ຂຽນວ່າ: “ ດົນ ແລ້ວ , ຂ້າ ພະ ເຈົ້າ ຈຶ່ງ ໄດ້ ຂຽນ ຈົດ ໝາຍ ຝາກ ເຖິງ VOV, ສະ ຖາ ນີ ວິ ທະ ຍຸ ກະ ຈາຍ ສຽງ ທີ່ມີຫຼາຍ ລາຍ ການ ທີ່ເປັນປະໂຫຍດ ຫຼາຍ . ຂ້າ ພະ ເຈົ້າ ມັກ ທີ່ ສຸດ . ສ່ວນຫຼາຍ ຕອນ ແລງ ມື້ ໃດ ຂ້າ ພະ ເຈົ້າ ກໍ ຮັບ ຟັງ ລາຍ ການ ຂອງ VOV. ຂ້າ ພະ ເຈົ້າ ຢ າກ ຮູ້ ຂໍ້ ມູນ ຂ່າວ ກ່ຽວ ກັບ ປະ ເທດ ຫວຽດ ນາມ ເພາະ ຢູ່ ປະ ເທດ ຂ້າ ພະ ເຈົ້າ ແມ່ນ ຫາ ໄດ້ ຂ້ອນຂ້າງ ຍາກ . ຈົດໝາຍສະບັບຕໍ່ໄປແມ່ນຂອງເພື່ອນ Eugene Kornykhin ຈາກປະເທດ ລັດເຊຍ. ເພື່ອນໃຫ້ຮູ້ວ່າ: “ ຂ້າ ພະ ເຈົ້າ ບໍ່ ເຄີຍ ໄປ ຢ້ຽມ ຢາມ ຫວຽດ ນາມ ຈັກ ເທື່ອ . ຂ້າ ພະ ເຈົ້າ ພວມ ພະ ຍາ ຍາມ ສຳນຶກ ກ່ຽວ ກັບ ປະ ເທດ ຫວຽດ ນາມ ຜ່ານ ບັນ ດາ ລາຍ ການ ຂອງ VOV. ຂອບ ໃຈ VOV ທີ່ ໄດ້ ສະ ໜອງຫຼາຍ ຂໍ້ ມູນ ຂ່າວສາ ລະ ໜ້າ ຮູ້ ແລະ ເປັນ ປະ ໂຫຍດ ”.   ເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກຈົດໝາຍເພື່ອສະແດງຄວາມຂອບອົກຂອບໃຈ ທີ່ທາງລາຍການໄດ້ເອົາຂ່າວ, ບົດທີ່ຕື້ນຕັນໃຈກ່ຽວກັບບັ້ນຮົບ ດ້ຽນບຽນຝູ ລົງໃນເວັບໄຊ vovworld.vn, ອັນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບແຂວງ ດ້ຽນບຽນ ຕື່ມອີກ. ນອກຈາກນັ້ນແລ້ວ, ເພື່ອນ ຈັນທິມາ ຍັງຢາກຮູ້ຕື່ມວ່າ: “ແຂວງ ດ້ຽນບຽນ ມີຊາຍແດນຕິດກັບປະເທດໃດແດ່ ແລະ ຕິດກັບແຂວງໃດຂອງລາວ, ສອງປະເທດມີດ່ານຊາຍແດນໃດແດ່?” ດ້ຽນບຽນ ແມ່ນແຂວງຊາຍແດນເຂດພູດອຍຢູ່ທາງທິດຕາເວັນຕົກພາກເໜືອຂອງ ຫວຽດນາມ ແລະ ແມ່ນແຂວງໜຶ່ງດຽວທີ່ມີຊາຍແດນຕິດຈອດກັບ 2 ປະເທດ ລາວ ແລະ ຈີນ ດ້ວຍເສັ້ນຊາຍແດນມີຄວາມຍາວ 455 ກິໂລແມັດ. ທາງທິດຕາເວັນຕົກພາກເໜືອ ມີຊາຍແດນຕິດກັບ ແຂວງ ຢຸນໜານ ຂອງ ຈີນ, ສ່ວນທິດຕາເວັນຕົກ ແລະ ຕາເວັນຕົກພາກໃຕ້ ມີຊາຍແດນຕິດກັບ 3 ແຂວງພາກເໜືອລາວ ຄື ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ. ເສັ້ນຊາຍແດນ ຫວຽດນາມ - ລາວ, ແຂວງ ດ້ຽນບຽນ ມີດ່ານຊາຍແດນສາກົນ 2 ແຫ່ງ ຄື ເຕີຍຈາງ - ປາງຫົກ; ຫ້ວຍປວກ - ນາຊອນ; ດ່ານປະເພນີ 1 ແຫ່ງ: ສີປາຟິ່ນ - ຫ້ວຍຫຼ້າ, ດ່ານທ້ອງຖິ່ນ 2 ແຫ່ງ: ນາບຸງ - ລາວຟູຈາຍ; ນ້ຳດິກ - ຫ້ວຍເຮ້ຍ ແລະ ທາງຊອຍ 3 ແຫ່ງ: ນ້ຳລ່າ - ຫາດຮິມ; ຫວຍຈານ - ຫວຍຫຼາຍ; ປາເທີມ - ປາກເທິມ.
TAG
VOV/VOVworld/ໂຮ້ຍ​ອານ/ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ/ປະ​ທານ​ໂຮ່​ຈີ​ມິນ