VOV WorldVOV World
ແນະ​ນຳ​ກ່ຽວ​ກັບ​ຫ​ໍ​ພິ​ພິ​ທະ​ພັນ​ອາ​ວະ​ກາດ ຢູ່ຮ່າ​ໂນ້ຍ
18/09/2025 07:54
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 483 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 21 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳ​ກ່ຽວ​ກັບ​ຫ​ໍ​ພິ​ພິ​ທະ​ພັນ​ອາ​ວະ​ກາດ ຢູ່ຮ່າ​ໂນ້ຍ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5) ຄົບຮອບ 80 ປີ, ມີທ່ານຜູ້ຟັງຫຼາຍທ່ານໄດ້ຝາກຈົດໝາຍອວຍພອນເຖິງພວກຂ້າພະເຈົ້າ. ໃນນັ້ນ, ເພື່ອນ ຄຳປະເສີດ ຢູ່ໄຊສົມບູນ ຂຽນວ່າ: “ ຊົມ ເຊີຍ VOV ທີ່ ໄດ້ ເປັນ ກຽດ ຮັບຫຼຽນ ໄຊ ປະ ທານ ໂຮ່ ຈີ ມິນ . ຫຼຽນ ໄຊ ດັ່ງ ກ່າວ ໄດ້ ຢັ້ງ ຢືນ ບັນ ດາ ຜົນ ງານ VOV ບັນ ລຸ ໄດ້ ໃນ 80 ປີ ຜ່ານ ມາ . ເນື່ອງ ໃນ ໂອ ກາດ ນີ້ , ພວກ ຂ້າ ພະ ເຈົ້າ ຂໍ ສະ ແດງ ຄວາມ ຂອບ ອົບ ຂອບ ໃຈ ເຖິງ ບັນ ນາ ທິ ການ ລາຍ ການ ກະ ຈາຍ ສຽງ ພາກ ພາ ສາ ລາວ . ພ້ອມ ດຽວ ກັນ ນັ້ນ , ກໍ ແມ່ນ ການ ຊ່ວຍ ເຫຼືອ ແບບ ພິ ເສດ ຂອງ VOV ທີ່ ມີ ຕໍ່ ສະ ຖາ ນີ ວິ ທະ ຍຸ ກະ ຈາຍ ສຽງແຫ່ງ ຊາດ ລາວ ເພື່ອໃນມື້ນີ້ ພວກ ຂ້າ ພະ ເຈົ້າ ໄດ້ ຮັບ ຟັງ ບັນ ດາ ຂໍ້ ມູນ ຂ່າວ ທີ່ ເປັນ ປະ ໂຫຍດ ດ້ວຍ ຄຸນ ນະ ພາບຂອງສັນຍານ ແລະ ການກະຈາຍສຽງ ທີ່ ດີກວ່າ ເກົ່າ ”. ເພື່ອນ David Iurescia ຈາກ ອາກຊັງຕິນ, ແບ່ງປັນວ່າ: “ ຂໍ ຝາກ ຄຳ ສະ ບາຍ ດີ ຈາກຜູ້ ຟັງ ອາກ ຊັງ ຕິນ ຜູ້ ໜຶ່ງ ເນື່ອງ ໃນ ໂອ ກາດ ຄົບ ຮອບ 80 ປີ ຂອງ VOV ! ຂໍ ຊົມ ເຊີຍ ຜົນ ງານ ອັນ ດີ ເລີດຂອງ VOV ໃນ 8 ທົດ ສະ ວັດ ຜ່ານ ມາ , ເຊິ່ງ ໄດ້ ແນະ ນຳ ກ່ຽວ ກັບ ຊີ ວິດ ຕົວ ຈິງ ຂອງ ຫວຽດ ນາມ ໃນແຕ່ລະວັນມາຍັງ ມະ ຫາ ຊົນ ໃນ ໂລກ !”. ເພື່ອນ Diego Echeverri ມາຈາກ ໂກລົມເບຍ, ອວຍພອນມາດັ່ງນີ້: “ ຂ້າ ພະ ເຈົ້າ ຂໍ ຊົມ ເຊີຍ VOV5 ດ້ວຍ ບັນ ດາ ລາຍ ການ ພາ ສາ ແອັດ ສະ ປາຍ ທີ່ ຈັບ ອົກ ຈັບ ໃຈ . ເນື່ອງ ໃນ ໂອ ກາດ ສະ ເຫຼີມ ສະຫຼອງ 80 ປີ ແຫ່ງວັນ ສ້າງ ຕັ້ງ ນີ້ , ຂ້າ ພະ ເຈົ້າ ຢາກ ຂໍ ຝາກ ຄຳ ອວຍ ພອນ ອັນປະເສີດໄປ ເຖິງ ທິມ ງານ ຜະ ລິດ ລາຍ ການ ແລະ ຂໍ ອວຍ ພອນ ໃຫ້ VOV ນັບ ມື້ ນັບ ພັດ ທະ ນ າ ຍິ່ງໆ ຂຶ້ນ ”.   ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບບັນດາຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກເຖິງລາຍການໃນອາທິດຜ່ານມາ.
TAG
VOV/VOVworld/ຫໍພິພິທະພັນອາວະກາດ/ກອງທອງ