VOV WorldVOV World
ແນະ​ນຳ​ກ່ຽວ​ກັບ​ພິ​ທີ​ເດີນ​ຂະ​ບວນ, ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ
28/08/2025 09:06
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຂົດໝາຍທັດງໝົດ 483 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 24 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳ​ກ່ຽວ​ກັບ​ພິ​ທີ​ເດີນ​ຂະ​ບວນ, ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ
ເມື່ອເອົາຂ່າວ “ກອງທັບປະຊາຊົນລາວ ກຽມພ້ອມເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ” ລົງໃນເວັບໄຊ vovworld.vn ແລະ Fanpage LAO VOV5, ພວກເຮົາໄດ້ຮັບຄວາມຄວາມສົນໃຈຈາກທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານ. ມີຫຼາຍ ຄອມເມັ້ນ ຄື: “ສຸດຍອດ! ສາຍພົວພັນ ຫວຽດນາມ - ລາວ ອ້າຍນ້ອງ, “ຫວຽດ - ລາວ ສາມັກຄີ” ແລະ ຫຼາຍຄົນພວມລໍຄອຍໄດ້ຮັບຊົມການເດີນຂະບວນ, ສວນສະໜາມຂອງກອງທັບລາວໃນພິທີສະເຫຼີມສະຫຼອງ. ໄປຄຽງຄູ່ກັນນັ້ນ, ມີຜູ້ຟັງ, ຜູ້ອ່ານຫຼາຍທ່ານກໍສະແດງຄວາມປະທັບໃຈ ແລະ ຕື້ນຕັນໃຈຕໍ່ບັນຍາກາດຂ່ຳນັບຮັບຕ້ອນວັນຊາດຂອງ ຫວຽດນາມ. ທ່ານ ໄພວີ ສີບົວລິພາ - ລັດຖະມົນຕີກະຊວງຍຸຕິທຳ ລາວ ໄດ້ແບ່ງປັນວ່າ: “ຂ້າ ພະ ເຈົ້າ ໄປ ປະ ຕິ ບັດ ງານ ຢູ່ ຮ່າ ໂນ້ຍ ກົງ ກັບ ຈຸດ ເວ ລາ ດຳ ເນີນ ການ ຊ້ອມ ເດີນ ຂະ ບວນ , ສວນ ສະ ໜາມ ຄັ້ງ ທີ 2 . ຂ້າ ພະ ເຈົ້າ ປະ ທັບ ໃຈ ແລະ ຕື້ນ ຕັນ ໃຈຫຼາຍ ເມື່ອ ເຫັນ ປະ ຊາ ຊົນ ຫວຽດ ນາມ ຫຼາຍໆ ຄົນ ນຸ່ງ ເສື້ອ ທຸງ ຊາດ ເຕົ້າ ໂຮມ ກັນ ຢູ່ 2 ຟາກ ແຄມ ທາງ ເພື່ອ ຮັບ ຊົມ ການ ຊ້ອມ. ຂ້າ ພະ ເຈົ້າ ຮູ້ ສຶກ ໄດ້ ເຖິງ ນ້ຳ ໃຈ ຮັກ ຊາດ ຢ່າງ ລົ້ນ ເຫຼືອ ຂອງ ປະ ຊາ ຊົນ ຫວຽດ ນາມ”. ສ່ວນເພື່ອນ ຄຳພອນ ຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ : “ຜ່ານ ພາບ ສາ ລະ ຄະ ດີ ໃນ ເວັບ ໄຊ ນັ້ນ , ຂ້າ ພະ ເຈົ້າ ເຫັນ ວ່າ ພິ ທີ ເດີນ ຂະ ບວນ , ສວນ ສະ ໜາມ ຂອງ ຫວຽດ ນາມ ໃນຄັ້ງ ນີ້ ອາ ລັງ ການຫຼາຍ”.   ສືບ ຕໍ່ ລາຍ ການ , ພວກ ຂ້າ ພະ ເຈົ້າ ຈະ ຕອ ບ ຄຳ ຖາມ ຈຳ ນວນ ໜຶ່ງ ທີ່ ຜູ້ ຟັງ ໄດ້ ຝາກ ເຖິງ ລາຍ ການ ໃນ ອາ ທິດ ຜ່ານ ມາ.
TAG
VOV/VOVworld/ເດີນ​ຂະ​ບວນ/ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງ/ລົດໄຟ The Hanoi Train.