ແນະນຳກ່ຽວກັບສານຂອງພາບພາໂນຣາມາ ບັ້ນຮົບດ້ຽນບຽນຝູ
20/03/2024 18:09
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 486 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງ.

ມີທ່ານຜູ້ຟັງຫຼາຍທ່ານໄດ້ແບ່ງປັນຄວາມຮູ້ສຶກ ແລະ ແນວຄວາມຄິດຂອງຕົນເມື່ອຕິດຕາມບັນດາຂ່າວ, ບົດທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ໃນນັ້ນ, ເພື່ອນ ຄຳຕັນ ຢູ່ແຂວງ ວຽງຈັນ ແລະ ເພື່ອນ ຈັນເພັງ ຢູ່ແຂວງ ບໍ່ແກ້ວ ມັກຮັບຊົມບັນດາພາບສາລະຄະດີ. ສ່ວນເພື່ອນ ເກສອນ ຢູ່ນະຄອນຫຼວງວຽງຈັນ ແບ່ງປັນວ່າ, ເພື່ອນມັກຕິດຕາມບັນດາບົດຂ່າວກ່ຽວກັບຮູບແບບ startup ຂອງ ຫວຽດນາມ ເປັນປະຈຳ. ອາທິດຜ່ານມາ, ເພື່ອນ ບຸນແລງ ແກ້ວບຸນຈັນ ຢູ່ບ້ານນ້ຳຖ້ວມ, ເມືອງ ນ້ຳບາກ, ແຂວງ ຫຼວງພະບາງ ໄດ້ສົ່ງຈົດໝາຍເຖິງລາຍການ ດ້ວຍຄຳແບ່ງປັນທີ່ວ່າ: ຫວ່າງ ມໍ່ ໆ ມາ ນີ້ , ຂ້າ ພະ ເຈົ້າ ເຫັນ ວ່າ ທາງ ລາຍ ການ ໄດ້ລົງ ຂ່າວ , ບົດ ກ່ຽວ ກັບ ບັນ ດາ ເຫດ ການ ທີ່ ດຳ ເນີນ ຢູ່ ແຂວງ ດ້ຽນ ບຽນ ຝູ ເຮັດ ໃຫ້ ຂ້າ ພະ ເຈົ້າ ຄິດ ເຖິງ ການ ໄປ ຢ້ຽມ ຢາມ ແຂວງ ດ້ ຽນ ບຽນ ຂອງ ຂ້າ ພະ ເຈົ້າ ພ້ອມ ດ້ວຍ ຄອບ ຄົວ . ເພື່ອນແບ່ງປັນຕື່ມອີກວ່າ: “ ເຮົາມາ 2 – 3 ເທື່ອແລ້ວ , ເວລາກໍບໍ່ຍາວ ແຕ່ກໍໄປຢາມ ເຮິ່ມເດີກາດ , ຫໍພິພິທະພັນ ແລະ ເມືອງຟັງ . ເຮົາມາ ຫວຽດນາມ ນີ້ເຫັນວ່າ ເລື່ອງການສັນຈອນ , ເລື່ອງຮັບແຂກດີຫຼາຍ . ມາທ່ອງທ່ຽວກໍດີໃຈຫຼາຍ , ມັນງົດງາມ ແລະ ບັນດາເຫດການ , ສະຖານທີ່ປະຫວັດສາດຢູ່ນີ້ ເຂົາເຮັດມັນແຈ້ງດີ . ຄືຢູ່ຫໍພິພິທະພັນ , ເຂົາເຮັດຄົບໝົດ , ເຮົາເບິ່ງແລ້ວ ເຫັນວ່າດີຫຼາຍ , ດີຕໍ່ການສຶກສາອົບຮົມໃຫ້ລູກຫຼານຂຶ້ນໃໝ່ , ຮ່ຳຮຽນເຮັດຕາມແນວເຖົ້າແກ່ , ແຕ່ເກົ່າແຕ່ເດີມ ”. ຂອບໃຈສຳລັບຄຳແບ່ງປັນຂອງເພື່ອນ ບຸນແລງ ທີ່ໄດ້ສົ່ງເຖິງລາຍການ. ເພື່ອນ ບຸນແລງ ແລະ ທ່ານຜູ້ຟັງທີ່ຮັກແພງທັງຫຼາຍ! ປີ 2024 ນີ້, ແຂວງ ດ້ຽນບຽນ ໄດ້ເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ ແລະ ສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ, ສະນັ້ນ, ມີຫຼາຍເຫດການ ແລະ ງານບຸນທີ່ເປັນເອກະລັກສະເພາະໄດ້ດຳເນີນຢູ່ທີ່ນີ້. ຫວັງວ່າ ທ່ານຜູ້ຟັງຈະຍາດເວລາມາຢ້ຽມຢາມ ແລະ ຄົ້ນຫາເຂດດິນແດນປະຫວັດສາດໃນໂອກາດນີ້ດ້ວຍ. ການຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn ພາກພາສາລາວ ດ້ວຍຫຼາຍຂໍ້ມູນກ່ຽວກັບບັນດາເຫດການທີ່ໄດ້, ກຳລັງ ແລະ ຈະຈັດຂຶ້ນນັ້ນ ຈະຊ່ວຍໃຫ້ທ່ານມີລາຍການຄົ້ນຫາ ດ້ຽນບຽນ ທີ່ມ່ວນຊື່ນ ແລະ ຈັບອົກຈັບໃຈກວ່າ. ເພື່ອນ ເຮີວາງ, ຊາວເຜົ່າມົ້ງຢູ່ ແຂວງ ຫຼວງພະບາງ ກໍໄດ້ແບ່ງປັນກັບພວກຂ້າພະເຈົ້າວ່າ ເພື່ອນເຄີຍແວ່ຢາມຫໍພິພິທະພັນໄຊຊະນະປະຫວັດສາດດ້ຽນບຽນຝູ ໃນໄລຍະເດີນທາງໄປຄົ້ນຫາທົ່ວປະເທດ ຫວຽດນາມ. ເພື່ອນມີຄວາມປະທັບໃຈກັບຂອບຂະໜາດຂອງຈິດຕະກຳພາໂນຣາມາ ບັ້ນຮົບ ດ້ຽນບຽນຝູ ແລະ ຢາກຊອກຮູ້ກ່ຽວກັບເນື້ອໃນ ກໍຄືສານຂອງຈິດຕະກຳດັ່ງກ່າວ.
TAG
VOV/VOVworld/ໄຊຊະນະດ້ຽນບຽນຝູ
Related








