ແນະນຳກ່ຽວກັບຖ້ຽວລົດໄຟ ຖົງເຍິດ ເໜືອ - ໃຕ້ ຂອງ ຫວຽດນາມ
07/08/2025 08:29
(VOVWORLD) - ໃນອາທິດຜ່ານມາ ມີຈົດໝາຍ 487 ສະບັບ ໄດ້ສົ່ງມາຍັງ VOV5 , ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 22 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ຄຳແພງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກຈົດໝາຍເຖິງລາຍການພາກພາສາລາວ ດ້ວຍຄຳແບ່ງປັນວ່າ: “ຄໍ ລຳ Media ຂອງ ພວກ ເພື່ອນ ນັບ ມື້ ນັບ ອຸ ດົມ ສົມ ບູນ ດ້ວຍ ຫຼາຍ ພາບ ຖ່າຍ ທີ່ ງາມສະ ດຸດ ຕາ ແລະ ວິ ທີ ປຸງ ແຕ່ງ ບັນ ດາ ເຍື່ອງ ອາ ຫານ ອັນແຊບ ຊ້ອຍ”. ຈາກ ອິນເດຍ, ເພື່ອນ Radhakrishna Pillai ແບ່ງປັນວ່າ: “ເນື້ອ ໃນ ແລະ ວິ ທີ ການ ຈັດທຳ ຂອງ ບັນ ດາ ຄໍ ລຳ ແມ່ນ ມີ ຄວາມ ສະ ເໝີ ຕົ້ນ ສະ ເໝີ ປາຍ ແລະ ມີ ຂໍ້ ມູນ ທີ່ ເປັນ ປະ ໂຫຍດຫຼາຍ ຢ່າງ. ຂ້າ ພະ ເຈົ້າ ຂໍ ຊົມ ເຊີຍ ຖັນ ແຖວ ນັກ ຂ່າວ , ບັນ ນາ ທິ ການ ຂອງ VOV ທີ່ ໄດ້ ແບ່ງ ປັນ ບັນ ດາ ຈຸດ ວັດ ທະ ນະ ທຳ ແລະ ປະ ຫວັດ ສາດ ທີ່ ເປັນ ເອ ກະ ລັກ ຂອງ ຫວຽດ ນາມ ຢ່າງ ເດັ່ນ ຊັດ ຜ່ານ ບົດ ຂຽນ ຕ່າງໆ”. ຜ່ານການຕິດຕາມຫຼາຍຄໍລຳ ນັບແຕ່ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳຂອງ VOV5, ເພື່ອນ José Ignacio Cos Lezama, ຢູ່ ແອັດສະປາຍ ໄດ້ຕີລາຄາສູງບັນດາບາດກ້າວອັນຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ, ດ້ວຍຂໍ້ສັງເກດວ່າ: “ພ້ອມ ກັບ ລັດ ຖະ ບານ ຫວຽດ ນາມ , ບັນ ດາ ວິ ສາ ຫະ ກິດ ຢູ່ ພາຍ ໃນ ແລະ ຕ່າງ ປະ ເທດ ພວມ ຢັ້ງ ຢືນວ່າ ຫວຽດນາມ ເປັນ ຕົວ ແບບ ພັດ ທະ ນາ ທີ່ ເປັນ ໜ້າ ຊື່ ນ ຊົມ. ບັນ ດາ ຄວາມ ມາ ນະ ພະ ຍາ ຍາມ , ຂໍ້ ລິ ເລີ່ມ ແລະ ຈິດ ໃຈ startup ພວມ ຊຸກ ຍູ້ ການ ບຸກ ທະ ລຸ ຂອງ ພື້ນ ຖານ ເສດ ຖະ ກິດ. ນີ້ ແມ່ນ ຂ່າວ ທີ່ ດີ ເຊິ່ງ ພວກ ເຮົາ ລ້ວນ ແຕ່ ປາດ ຖະ ໜາ ວ່າ ຈະ ປະ ກົດ ຜົນ ເປັນ ຈິງຢ່າງສົມບູນ”. ຄຳ ຖາມ ທຳ ອິດ ແມ່ນ ຂອງ ເພື່ອນ ວິ ໄລ ວອນ ຢູ່ ນະ ຄອນຫຼວງ ວຽງ ຈັນ. ເພື່ອນ ວິ ໄລ ວອນ ຢາກ ໃຫ້ ລາຍ ການ ແນະ ນຳ ກ່ຽວ ກັບ ໝູ່ ບ້ານ ເຮັດ ພາບ ດົງ ໂຮ່. ພາບພື້ນເມືອງ ດົງໂຮ່ ຫຼື ຍັງເປັນທີ່ຮູ້ຈັກກັນດີວ່າ ເປັນພາບແກະຄວັດສະຫຼັກໄມ້ພື້ນເມືອງ ຕັ້ງຢູ່ບ້ານ ດົງໂຮ່, ແຂວງ ບັກນິງ. ນີ້ແມ່ນໜຶ່ງໃນບັນດາສິລະປະທີ່ເປັນມູນເຊື້ອ ແລະ ມີຊື່ສຽງຂອງ ຫວຽດນາມ. ໝູ່ບ້ານເຮັດພາບ ດົງໂຮ່ ມີກ່ອນນີ້ 400 ກວ່າປີແລ້ວ, ດ້ວຍກວ່າ 17 ວົງຕະກຸນເຮັດອາຊີບພາບແກະຄວັດສະຫຼັກໄມ້ພື້ນເມືອງ. ນັກສິລະປະການເຮັດພາບ ດົງໂຮ່ ຍາມໃດກໍໄດ້ຮັບການຕີລາຄາສູງກ່ຽວກັບລະດັບຄວາມສາມາດ ແລະ ສີມືອັນຄ່ອງແຄວ້. ເດືອນ ມີນາ 2013, ອາຊີບເຮັດພາບ ດົງໂຮ່ ໄດ້ຮັບການຮັບຮອງວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ນອນໃນບັນຊີລາຍຊື່ບັນດາອາຊີບທີ່ຕ້ອງໄດ້ຮັບການປົກປັກຮັກສາຢ່າງຮີບດ່ວນ. ປັດຈຸບັນນີ້, ໝູ່ບ້ານເຮັດພາບ ດົງໂຮ່ ທັງເປັນບ່ອນຜະລິດພາບສິລະປະທີ່ເປັນເອກະລັກ ທັງເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກມາຢ້ຽມຊົມ ແລະ ຄົ້ນຫາເປັນຈຳນວນຫຼາຍ.
TAG
VOV/VOVworld/ຖົງເຍິດ ເໜືອ - ໃຕ້
Related








