ແນະນຳກ່ຽວກັບວິທີຈົດທະບຽນເຂົ້າຮ່ວມລາຍການພະຈົນໄພ ຖ້ຳ ເຊີນດ່ອງ ຫວຽດນາມ
03/04/2025 06:53
(VOVWORLD) - ໃນອາທິດຜ່ານມາ VOV5 ໄດ້ຮັບຈົດໝາຍ ທັງໝົດ 385 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 24 ສະບັບຈາກທ່ານຜູ້ຟັງລາວ.

ກ່ອນຈະເປີດອ່ານຈົດໝາຍສະບັບຕ່າງໆທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ, ພວກຂ້າພະເຈົ້າຈະອັບເດດຂໍ້ມູນກ່ຽວຂ້ອງເຖິງການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ. ພາຍຫຼັງໄດ້ປຸກລະດົມມາໄດ້ພຽງແຕ່ກວ່າ 2 ອາທິດ, ໄລ່ຮອດວັນທີ 30 ມີນາ ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າຮ່ວມການເສັງ 6 ບົດຂອງຜູ້ຟັງມາຈາກ ປະເທດ ອິນໂດເນເຊຍ, ຈີນ ແລະ ເຢຍລະມັນ. ການເສັງດັ່ງກ່າວຍັງສືບຕໍ່ໄດ້ດຳເນີນຮອດວັນທີ 15 ມິຖຸນາ 2025. ຈົ່ງຕອບບັນດາຄຳຖາມດັ່ງກ່າວ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ເພື່ອໄດ້ຮັບບັນດາລາງວັນຄື ລາຍການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ຫຼື ຫຼາຍໆລາງວັນຈັບໃຈອື່ນໆອີກ. ສຳລັບຜູ້ຟັງທ່ານໃດທີ່ຍັງບໍ່ຮູ້ກ່ຽວກັບການເສັງດັ່ງກ່າວ, ກໍ່ສາມາດເຂົ້າເບິ່ງເວບໄຊ vovworld.vn ພາກພາສາລາວ, ຄໍລຳ ໂອ້ລົມກັບເພື່ອນລາວ ເພື່ອຊອກຮູ້ກ່ຽວກັບຄຳຖາມ ແລະ ກະຕິການເສັງ. ໃນໄລຍະເວລາເຂົ້າຮ່ວມການເສັງ, ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງທີ່ສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້. ສືບຕໍ່ລາຍການ, ພວກຂ້າພະເຈົ້າຈະເປີດອ່ານເນື້ອໃນຈົດໝາຍ ແລະ ຕອບບັນດາຄຳຖາມເຊິ່ງຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ຈົດໝາຍສະບັບທຳອິດແມ່ນຂອງເພື່ອນ ຈຳປາ, ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນຖາມວ່າ ສັດມຸງຄຸນ 04 ໂຕຂອງ ຫວຽດນາມ ມີ ສັດໃດ ແດ່ ແລະ ແຕ່ລະ ສັດ ມີຄວາມໝາຍແນວໃດ?
TAG
VOV/VOVworld/ຖ້ຳເຊີນດອງ/ສັດມຸງຄຸນ
Related








