ແນະນຳກ່ຽວກັບ ວັນໝຽວ ກັວກຕືຢາມ - ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ
05/06/2025 05:52
(VOVWORLD) - ໃນອາທິດຜ່ານມາ VOV5 ໄດ້ຮັບຈົດໝາຍຈຳນວນ 445 ສະບັບ, ສະເພາະລາຍການພາສາລາວ ຮັບຈົດໝາຍ 21 ສະບັບຈາກທ່ານຜູ້ຟັງລາວ.

ກ່ອນ ຈະ ເປີດ ອ່ານ ຈົດ ໝາຍ ສະ ບັບ ຕ່າງໆທີ່ ໄດ້ ຝາກ ມາ ລາຍ ການ ໃນ ອາ ທິດ ຜ່ານ ມາ , ພວກ ຂ້າ ພະ ເຈົ້າ ຈະ ອັບ ເດດ ຂໍ້ ມູນ ກ່ຽວ ຂ້ອງ ເຖິງ ການ ເສັງ ເພື່ອນ ຮູ້ ຫ ຍັງ ແດ່ ກ່ຽວ ກັບ ຫວຽດ ນາມ ປີ 2025 ໂດຍ ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ ຈັດ ຂຶ້ນ. ຄະນະຈັດຕັ້ງມີຄວາມປະຕິຊົມຊື່ນເມື່ອໄດ້ຮັບບົດເຂົ້າຮ່ວມການເສັງຈາກເພື່ອນ ພອນຄຳ ຢູ່ນະຄອນຫຼວງວຽງຈັນ. ກ່ອນໜ້ານັ້ນ, ກໍມີຜູ້ຟັງຜູ້ອ່ານຈາກຫຼາຍປະເທດຄື ອິນໂດເນເຊຍ, ຈີນ, ເຢຍລະມັນ, ອິນເດຍ, ແອັດສະບາຍ, ເບລາຣຸດ… ໄດ້ສົ່ງບົດເຂົ້າຮ່ວມການເສັງ ເຖິງຄະນະຈັດຕັ້ງ. ໃນບົດເສັງຂອງຕົນ, ເພື່ອນ Nikolai Prigodich ຈາກ ເບ ລາ ຣຸດ ແບ່ງ ປັນ ວ່າ: “ຂ້າ ພະ ເຈົ້າ ເຂົ້າ ຮ່ວມ ການ ເສັງ ຍ້ອນ ວ່າ ມີ ຄວາມ ຮັກ ມັກ ຕໍ່ ຫວຽດ ນາມ ທີ່ ສຸດ ຢາກ ຢັ້ງ ຢືນ ວ່າ: ຫວຽດ ນາມ ແມ່ນ “ແດນ ສະ ຫວັນ” ສຳ ລັບ ແຂກ ທ່ອງ ທ່ຽວ. ການ ເສັງ ໂດຍ ວິ ທະ ຍຸກ ະ ຈາຍ ສຽງ ຫວຽດ ນາມ ຈັດ ຂຶ້ນ ໄດ້ ຜູ ກ ພັນ ເຊື່ອມ ຕໍ່ ທຸກ ຄົນ ຈາກ ທົ່ວທຸກ ສາ ລະ ທິດ ໃນ ໂລກ ນຳ ກັນ”. ການເສັງດັ່ງກ່າວຍັງສືບຕໍ່ໄດ້ດຳເນີນຮອດວັນທີ 30 ມິຖຸນາ 2025. ຈົ່ງຕອບບັນດາຄຳຖາມດັ່ງກ່າວ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ເພື່ອໄດ້ຮັບບັນດາລາງວັນທີ່ຈັບໃຈຄື ລາຍການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ຫຼື ຫຼາຍໆລາງວັນອື່ນໆອີກ. ສຳລັບຜູ້ຟັງທ່ານໃດທີ່ຍັງບໍ່ຮູ້ກ່ຽວກັບການເສັງດັ່ງກ່າວ, ກໍ່ສາມາດເຂົ້າເບິ່ງເວບໄຊ vovworld.vn ພາກພາສາລາວ, ຄໍລຳ ໂອ້ລົມກັບເພື່ອນລາວ ເພື່ອຊອກຮູ້ກ່ຽວກັບຄຳຖາມ ແລະ ກະຕິກາການເສັງ. ໃນໄລຍະເວລາເຂົ້າຮ່ວມການເສັງ, ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການ ແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້. ຕໍ່ ໄປ ນີ້ , ພວກ ຂ້າ ພ ະ ເຈົ້າ ຈະ ສະ ຫງວນ ເວ ລາ ທັງ ໝົດ ທີ່ ຍັງ ເຫຼືອ ເພື່ອ ແບ່ງ ປັນ ເນື້ອ ໃນ ຈົດ ໝາຍ ສະ ບັບ ຕ່າງໆ ກັບ ທ່ານ ຜູ້ ຟັງ ເຊິ່ງ ພວກ ຂ້າ ພະ ເຈົ້າ ໄດ້ ຮັບ ໃນ ອາ ທິດ ຜ່ານ ມາ. ເມື່ອຂ່າວ “ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ຝລັ່ງ ຢ້ຽມຊົມ ວັນໝຽວ - ກວັກຕືຢາມ” ໄດ້ເອົາລົງໃນເວບໄຊ vovworld.vn ພາກພາສາລາວນັ້ນ, ເພື່ອນ ຄຳສຸກ ໄດ້ສົ່ງຂໍ້ຄວາມເຖິງລາຍການໂດຍແບ່ງປັນວ່າ ຢາກຮັບຟັງການແນະນຳກ່ຽວກັບສະຖານທີ່ແຫ່ງນີ້. ສະນັ້ນ, ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳໂດຍສັງເຂບກ່ຽວກັບ ວັນໝຽວ - ກວັກຕືຢາມ, ປູສະນີຍະສະຖານປະຫວັດສາດ - ວັດທະນະທຳ ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກ ແລະ ມີຊື່ສຽງຢູ່ ຮ່າໂນ້ຍ.
TAG
VOV/VOVworld/ພໍ່ແມ່ຊາວຄຼິດ/ວັນໝຽວ - ກວັກຕືຢາມ/
Related








