VOV WorldVOV World
ແນະ​ນຳ​ກ່ຽວ​ກັບດອນ ຈົ໊ງ​ໝາຍ ສັນ​ຍາ​ລັກ​ຂອງ​ອ່າວ ຮະ​ລອງ, ຫວຽດ​ນາມ
09/10/2025 16:00
(VOVWORLD) - ໃນອາທິດຜ່ານມາ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 21 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳ​ກ່ຽວ​ກັບດອນ ຈົ໊ງ​ໝາຍ ສັນ​ຍາ​ລັກ​ຂອງ​ອ່າວ ຮະ​ລອງ, ຫວຽດ​ນາມ
  ໃນຈຳນວນຈົດໝາຍເກືອບ 500 ສະບັບຂອງທ່ານຜູ້ຟັງທີ່ມາຈາກ 33 ປະເທດ ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ,  ມີຜູ້ຟັງໜຶ່ງຂອງ ສ.ເກົາຫຼີ ໄດ້ສົ່ງຈົດໝາຍດ້ວຍເນື້ອໃນທີ່ວ່າ: “ລາຍການກະຈາຍສຽງຂອງ VOV5 ບໍ່ພຽງແຕ່ມີເນື້ອໃນທີ່ຈັບອົກຈັບໃຈເທົ່ານັ້ນ, ບັນດາຂໍ້ມູນໄດ້ ຈັດສະຫຼັບ ຢູ່ໃນບົດກໍມີຄວາມເໝາະສົມ, ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈໄດ້ງ່າຍ ຂຶ້ນ ”. ໃນອາທິດຜ່ານມາ, ມີຜູ້ຟັງລາວຫຼາຍທ່ານໄດ້ຄອມເມັ້ນໃນຂ່າວກ່ຽວກັບສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 ທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ບັນດາຜູ້ຟັງລາວ ຮູ້ສຶກມີຄວາມພາກພູມໃຈເມື່ອວາດຟ້ອນ, ສຽງເພງຂອງລາວ ໄດ້ແນະນຳໄປເຖິງມະຫາຊົນ ຫວຽດນາມ. ໃນຂະນະນັ້ນ, ເພື່ອນ ກ່ຽວໝີ ຢູ່ຮ່າໂນ້ຍ ແບ່ງປັນວ່າ: “ ສັບປະດາວັດທະນະທຳລາວ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າເຫັນວ່າ ວັດທະນະທຳລາວ ມີຄວາມເປັນເອກະລັກ ແລະ ຫຼາກຫຼາຍສີສັນ. ເຂົາເຈົ້າຟ້ອນງາມຫຼາຍ”. ສ່ວນທ່ານ ເຈິ່ນຟອງ, ອະດີດທະຫານອາສາສະໝັກ ຫວຽດນາມ ຊ່ວຍເຫຼືອ ລາວ, ແບ່ງປັນວ່າ: “ໃນລາຍການມີບົດເພງຍ້ອງຍໍສັນລະເສີນທະຫານອາສາສະໝັກ. ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ ເມື່ອໄດ້ຫວນຄືນຊຸມວັນເດືອນປີຕໍ່ສູ້ຢ່າງອົງອາດກ້າຫານ, ແຕ່ກໍຮູ້ສຶກເຈັບ ປວດ ຄິດຮອດບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະ ຊີວິດ ຢູ່ດິນແດນລາວ”.   ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍແນະນຳກ່ຽວກັບ ດອນ ຈົ໊ງໝາຍ ຢູ່ ຮະລອງ ຕາມຄຳຮຽກຮ້ອງຂອງເພື່ອນ ດາລາວັນ ຢູ່ ຄຳມ່ວນ.
TAG
VOV/VOVworld/ດອນ ຈົ໊ງໝາຍ/ອ່າວ​ຮະ​ລອງ