ແນະນຳກ່ຽວກັບລົດໄຟຟ້າລອຍຢູ່ນະຄອນຫຼວງ ຮ່າໂນ້ຍ
09/12/2021 11:30
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 402 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 12 ສະບັບ.
ພາຍຫຼັງເຫດການ ນາງ ຫງວຽນທຸກຖຸ່ຍຕຽນ - ຜູ້ຕາງໜ້າຫວຽດນາມ ໄດ້ຄອງຕຳແໜ່ງນາງງາມສັນຕິພາບສາກົນ ປີ 2021 – Miss Grand International 2021 ໃນທ້າຍອາທິດຜ່ານມາ, ມີຜູ້ຟັງລາວຫຼາຍທ່ານ ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຫາລາຍການ ສະແດງຄວາມຍິນດີນຳ ຫວຽດນາມ ແລະ ຍ້ອງຍໍຄວາມງາມ, ຄວາມເກັ່ງກ້າສາມາດຂອງນາງສາວຜູ້ນີ້. ໃນນັ້ນ ມີເພື່ອນ ກະຕັນ ແລະ ເພື່ອ ອູເທ. ເພື່ອນ ກະຕັນ ໄດ້ຂຽນມາວ່າ: “ຂໍສະແດງຄວາມຍິນດີນຳນາງ ຫງວຽນທຸກຖຸ່ຍຕຽນ - ນາງງາມຜູ້ທຳອິດຂອງ ຫວຽດນາມ ແລະ ຜູ້ທີສອງຂອງ ອາຊີ ທີ່ໄດ້ຄອງມຸງກຸດ ນາງງາມແຫ່ງສັນຕິພາບສາກົນ - Miss Grand International”. ຕໍ່ໄປແມ່ນຄຳແບ່ງປັນຂອງເພື່ອນ ບົວລະພາ ກ່ຽວກັບຄວາມງາມຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເມື່ອຮັບຊົມພາບສາລະຄະດີ “ຄວາມງາມທີ່ເປັນເອກະລັກຂອງ ຫວຽດນາມ ຜ່ານກ້ອງຖ່າຍຮູບຂອງນັກຖ່າຍຮູບສາກົນ” ໃນເວັບໄຊ vovworld.vn. ເພື່ອນແບ່ງປັນວ່າ “ ຄໍລຳ Media - ພາບສາລະຄະດີ ແມ່ນຄໍລຳທີ່ຂ້າພະເຈົ້າໄດ້ຕິດຕາມເປັນປະຈຳ. ຂ້າພະເຈົ້າໄດ້ເຫັນຫຼາຍຮູບພາບທີ່ສວຍງາມກ່ຽວກັບທິວທັດທຳມະຊາດ, ງານບຸນຕ່າງໆຂອງ ຫວຽດນາມ ຜ່ານສື່ສັງຄົມອອນລາຍຕ່າງໆ. ແຕ່ເຖິງຢ່າງໃດກໍຕາມ, ບັນດາພາບຖ່າຍທີ່ສວຍງາມ, ເປັນເອກະລັກ ແລະ ໄດ້ຈັດວາງສະແດງຕາມຫົວຂໍ້, ມີເລື່ອງລາວສະເພາະທີ່ເປັນໜ້າຈັບອົກຈັບໃຈ ແລະ ມີຄຳແນະນຳ, ຄຳອະທິບາຍເປັນພາສາ ລາວ ນັ້ນ ແມ່ນສາມາດຕິດຕາມໄດ້ຢູ່ແຕ່ໃນເວັບໄຊຂອງ VOV ເທົ່ານັ້ນ. ທິວທັດທຳມະຊາດຂອງ ຫວຽດນາມ ສວຍງາມຫຼາຍ. ຂອບໃຈອ້າຍເອື້ອຍນ້ອງບັນນາທິການລາຍການພາກພາສາລາວ ຫຼາຍໆເດີ.!” ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໄດ້ຕິດຕາມຂ່າວ, ບົດ ແລະ ຝາກຈົດໝາຍມາຫາລາຍການໃນອາທິດຜ່ານມາ. ນອກຈາກຄໍລຳ Media ແລ້ວ ຍັງມີຫຼາຍຄໍລຳອື່ນໆຄື ຄົ້ນຫາ ຫວຽດນາມ, ວັດທະນະທຳ ຫວຽດນາມ ແລະ ປະເທດຊາດ - ຊາວ ຫວຽດນາມ ກໍໄດ້ແນະນຳພາບຖ່າຍ, ບົດຂຽນດ້ວຍຫຼາຍເນື້ອໃນທີ່ເປັນເອກະລັກສະເພາະ ແລະ ມີເນື້ອຫາສາລະຢ່າງລະອຽດກວ່າກ່ຽວກັບວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ. ເຊີນທ່ານຜູ້ຟັງທຸກໆທ່ານຕິດຕາມຮັບຊົມ, ຮັບຟັງ ແລະ ເຂົ້າອ່ານໄດ້ເລີຍໃນເວັບໄຊ vovworld.vn ລາຍການພາກພາສາລາວ.
TAG
VOV/VOVworld/ລົດໄຟຟ້າລອຍ/ໝວດກັນໂຄວິດ - 19
Related








