VOV WorldVOV World
ແນະ​ນຳ​ນະ​ໂຍ​ບາຍພົ້ນ​ເດັ່ນ​​ຈຳ​ນວນ​ໜຶ່ງໃນ​ມະ​ຕິ​ສະ​ບັບເລກ​ທີ 68 ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂົງ​ເຂດ​ເສດ​ຖະ​ກິ​ເອ​ກະ​ຊົນ
15/05/2025 08:22
(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍທັງໝົດ 507 ສະບັບ ທີ່ໄດ້ສົ່ງມາຍັງ VOV5 , ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 20 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳ​ນະ​ໂຍ​ບາຍພົ້ນ​ເດັ່ນ​​ຈຳ​ນວນ​ໜຶ່ງໃນ​ມະ​ຕິ​ສະ​ບັບເລກ​ທີ 68 ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂົງ​ເຂດ​ເສດ​ຖະ​ກິ​ເອ​ກະ​ຊົນ
ໄລ່ຮອດປັດຈຸບັນ ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າຮ່ວມການເສັງເປັນຈຳນວນຫຼາຍຂອງຜູ້ຟັງທີ່ສົ່ງມາຈາກ ປະເທດ ອິນໂດເນເຊຍ, ຈີນ, ເຢຍລະມັນ, ອິນເດຍ, ແອັດສະປາຍ. ການເສັງດັ່ງກ່າວຍັງສືບຕໍ່ໄດ້ດຳເນີນຮອດວັນທີ 30 ມິຖຸນາ 2025. ຈົ່ງຕອບບັນດາຄຳຖາມດັ່ງກ່າວ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ເພື່ອໄດ້ຮັບບັນດາລາງວັນທີ່ຈັບໃຈຄື ລາຍການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ຫຼື ຫຼາຍໆລາງວັນອື່ນໆອີກ. ສຳລັບຜູ້ຟັງທ່ານໃດທີ່ຍັງບໍ່ຮູ້ກ່ຽວກັບການເສັງດັ່ງກ່າວ, ກໍ່ສາມາດເຂົ້າເບິ່ງເວບໄຊ vovworld.vn ພາກພາສາລາວ, ຄໍລຳ ໂອ້ລົມກັບເພື່ອນລາວ ເພື່ອຊອກຮູ້ກ່ຽວກັບຄຳຖາມ ແລະ ກະຕິກາການເສັງ. ໃນໄລຍະເວລາເຂົ້າຮ່ວມການເສັງ, ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້.
TAG
VOV/VOVworld/ຜະລິດຕະພັນ Halal/ມະ​ຕິ​ສະ​ບັບ​ເລກ​ທີ 68/ເສດ​ຖະ​ກິດ​ເອ​ກະ​ຊົນ