ແນະນຳສະຖານທີ່ປະຫວັດສາດ ໂນນພູ A1
28/03/2024 09:27
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 415 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງ.

ເພື່ອນ Eugene Kornykhin, ຜູ້ຟັງຊາວລັດເຊຍ, ຝາກອີ ເ ມວເຖິງລາຍການພາສາ ຝລັ່ງ, ດ້ວຍເນື້ອໃນວ່າ: “ຂໍຂອບໃຈພວກເພື່ອນທີ່ໄດ້ໃຫ້ຂ່າວ ບົດກ່ຽວກັບບັນດາເຫດການຢູ່ ລັດເຊຍ. ຫວ່າງແລ້ວນີ້, ລັດເຊຍ ໄດ້ຈັດການເລືອກຕັ້ງປະທານາທິບໍດີ. ພວກເພື່ອນໄດ້ໃຫ້ຂ່າວຢ່າງຈະແຈ້ງ, ພາວະວິໄສທີ່ສຸດ. ປະຈຸບັນ, ປະເທດ ລັດເຊຍ ພວມມານະພະຍາຍາມເພື່ອຜ່ານຜ່າບັນດາຜົນກະທົບທັງດ້ານການທະຫານ ແລະ ເສດຖະກິດຂອງຝ່າຍຕາເວັນຕົກ. ໜຶ່ງໃນບັນດາບັ້ນຮົບເຊິ່ງພວກຂ້າພະເຈົ້າພວມຕ້ອງປະເຊີນໜ້ານັ້ນແມ່ນສົງຄາມດ້ານຂໍ້ມູນຂ່າວສານ. ບາງປະເທດໄດ້ໂຄສະນາບັນດາບັນຫາ ທີ່ ບໍ່ດີກ່ຽວກັບລັດເຊຍ
TAG
VOV/VOVworld/ໂນນພູ a1/ນະຄອນ ຂຶ້ນກັບສູນກາງ
Related








