ແນະນຳບາງຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາຍັງລາຍການໃນປີ 2012
18/01/2013 04:55
ພວກເຮົາຍິນດີທີ່ໄດ້ພົບກັບທ່ານຜູ້ຟັງໃນລາຍການຕອບຈົດໝາຍຂອງທ່ານຜູ້ຟັງໃນມື້ນີ້. ປີ 2012 ທີ່ຜ່ານມາ ແມ່ນປີພິເສດສຳລັບບັນນາທິການລາຍການພາກພາສາລາວ ຍ້ອນວ່າຈຳນວນຈົດໝາຍທີ່ທ່ານຜູ້ຟັງຝາກມາໃຫ້ພວກເຮົາແມ່ນກ່ວາ 300 ສະບັບ, ເພີ່ມຂຶ້ນເກືອບ 100 ສະບັບເມື່ອທຽບໃສ່ປີ 2011
ພວກເຮົາຍິນດີທີ່ໄດ້ພົບກັບທ່ານຜູ້ຟັງໃນລາຍການຕອບຈົດໝາຍຂອງທ່ານຜູ້ຟັງໃນມື້ນີ້. ປີ 2012 ທີ່ຜ່ານມາ ແມ່ນປີພິເສດສຳລັບບັນນາທິການລາຍການພາກພາສາລາວ ຍ້ອນວ່າຈຳນວນຈົດໝາຍທີ່ທ່ານຜູ້ຟັງຝາກມາໃຫ້ພວກເຮົາແມ່ນກ່ວາ 300 ສະບັບ, ເພີ່ມຂຶ້ນເກືອບ 100 ສະບັບເມື່ອທຽບໃສ່ປີ 2011. ນີ້ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ ເພື່ອຊ່ວຍໃຫ້ພວກເຮົາມີກຳລັງໜູນຕື່ມອີກເພື່ອຈັດບັນດາລາຍການກະຈາຍສຽງມີຄຸນນະພາບກ່ວາ. ໃນຈົດໝາຍຝາກມາລາຍການໃນປີຜ່ານມາ, ຜູ້ຟັງຫຼາຍທ່ານໄດ້ປະກອບຄວາມເຫັນກ່ຽວກັບຂ່າວບົດຂອງລາຍການ, ຕັ້ງຄຳຖາມຊອກຮູ້ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ... ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍທີ່ພົ້ນເດັ່ນບາງສະບັບຂອງທ່ານຜູ້ຟັງທີ່ຝາກມາລາຍການໃນປີ 2012. ເຊີນທ່ານຕິດຕາມຮັບຟັງ.
Related








