ແນະນຳປະພາຄານງາມແຫ່ງຕ່າງໆຢູ່ຫວຽດນາມ
23/05/2024 09:00
(VOVWORLD) - ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 426 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງ.

ໃນອາທິດ, ທ່ານ ວັນໄຊ, ແຂວງ ວຽງຈັນ ໄດ້ສົ່ງອີແມວ ເຖິງລາຍການ ອີແມວ ເຖິງລາຍການ, ໃນນັ້ນໄດ້ຕີລາຄາກ່ຽວກັບບາງບົດໃນຄຳລຳກ່ຽວກັບວັດທະນະທຳ, ຄົ້ນຫາ ຂອງ ຫວຽດນາມ, ທ່ານໃຫ້ຮູ້ວ່າ: ຂ້າພະເຈົ້າມັກຟັງບັນດາບົດຂຽນກ່ຽວກັບວັດທະນະທຳຂອງ ຫວຽດນາມ ຜ່ານວິທະຍຸກະຈາຍສຽງ ຫວຽດນາມ. ຜ່ານບັນດາບົດຂຽນນີ້, ຂ້າພະເຈົ້າເຂົ້າໃຈໄດ້ວ່າ, ແຕ່ລະຊົນເຜົ່າ, ເຂດພາກຂອງ ຫວຽດນາມ ມີສີສັນວັດທະນະທຳທີ່ແຕກຕ່າງກັນ. ເຖິງວ່າ ສັງຄົມໄດ້ພັດທະນາຄືແນວໃດກໍ່ຕາມ, ແຕ່ວັດທະນະທຳ, ກົກເຄົ້າເຫງົາກໍຍັງຄົງໄດ້ຮັບການຮັກສາ ແລະ ພັດທະນາ. ຜ່ານບັນດາບົດຂຽນ, ຜູ້ຟັງ, ຜູ້ອ່ານກໍ່ເຫັນໄດ້ຄວາມມານະພະຍາຍາມຂອງອຳນາດການປົກຄອງແຕ່ສູນກາງລົງຮອດທ້ອງຖິ່ນ ຂອງ ຫວຽດນາມ ຍັງຮັກສາໄດ້ບັນດາຄວາມງາມດ້ານວັດທະນະທຳນັ້ນໄວ້ຢູ່. ເພື່ອນ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ, ໃຫ້ຮູ້ວ່າ: ຜ່ານບັນດາພາບສາລະຄະດີຂອງ VOV5, ຂ້າພະເຈົ້າເຫັນໄດ້ ຫວຽດນາມ ດ້ວຍທີ່ມີສີສັນທີ່ອຸດົມສົມບຸນ ແລະ ຂ້າພະເຈົ້າມັກບັນດາສີສັນງາມຕານັ້ນ. ບັນດາພາບສາລະຄະດີຄືດັ່ງວາດພາບຮູບແຕ້ມກ່ຽວກັບຫວຽດນາມ. ຂ້າພະເຈົ້າມັກເບິ່ງພາບກ່ຽວກັບຫາດຊາຍທະເລ, ໝູເກາະຂອງ ຫວຽດນາມ ທີ່ສຸດ. ເພື່ອນ ວິໄລວັນ, ແຂວງບໍ່ແກ້ວ, ໄດ້ແຈ້ງໃຫ້ທາງລາຍການໄດ້ຮັບຊາບ ກ່ຽວກັບເຫດການທີ່ປະຊາຊົນ ລາວ ມີຄວາມສົນໃຈຫຼາຍທີ່ສຸດໃນອາທິດຜ່ານມາວ່າ: ອາທິດຜ່ານມາ, ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຂຸດຄົ້ນໄດ້ພະພຸດທະຮູບຫຼາຍອົງທີ່ມີຂະໜາດແຕກຕ່າງກັນ, ເປັນໜ້າສົນໃຈແມ່ນຂຸດໄດ້ພະພຸດທະຮູບສູງກ່ວາ 2 ແມັດ ແລະ ຄາດວ່າມີອາຍຸນັບພັນປີ. ນີ້ແມ່ນຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈຂອງປະຊາຊົນທ້ອງຖິ່ນເວົ້າສະເພາະ ແລະ ປະຊາຊົນລາວ ເວົ້າລວມ.
TAG
VOV/VOVworld/ການເດີນເຮືອ/ປະພາຄານ
Related








