VOV WorldVOV World
ການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025 ​ໄດ້ມີ​ເຈົ້າ​ຂອງ​ລາງວັນ​ຕ່າງໆ​ແລ້ວ
15/08/2025 10:11
(VOVWORLD) - ພາຍຫຼັງຈັດການເສັງມາເປັນເວລາກວ່າ 3 ເດືອນ (ແຕ່ວັນທີ 10 ມີນາ - 30 ມິຖຸນາ 2025), ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025” ໄດ້ຮັບການຕອບສະໜອງ ແລະ ການເຂົ້າຮ່ວມຈາກຜູ້ຟັງ, ຜູ້ອ່ານຈຳນວນຫຼາຍທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ມີເພື່ອນຜູ້ຟັງທີ່ໄດ້ຕິດພັນກັບບັນດາລາຍການກະຈາຍສຽງຂອງ VOV5 ມາເປັນຫຼາຍປີ; ພ້ອມດຽວກັນນັ້ນແມ່ນເພື່ອນຜູ້ຟັງໃນບັນດາສະໂມສອນເພື່ອນຟັງວິທະຍຸສາກົນຢູ່ ອິນໂດເນເຊຍ, ອິນເດຍ, ປາກິດສະຖານ, ຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ… ກໍ່ໄດ້ເຂົ້າຮ່ວມການເສັງຢ່າງສຸດຈິດສຸດໃຈ. ຄະນະຈັດຕັ້ງຍາມໃດກໍເຄົາລົບນ້ຳໃຈຄວາມຮັກແພງທີ່ທ່ານຜູ້ຟັງທຸກໆທ່ານສະຫງວນໃຫ້ແກ່ການເສັງດັ່ງກ່າວ.
ການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025 ​ໄດ້ມີ​ເຈົ້າ​ຂອງ​ລາງວັນ​ຕ່າງໆ​ແລ້ວ
          ພາຍຫຼັງການຄັດເລືອກມາຫຼາຍຮອບ, ຄະນະກຳມະການ ໄດ້ເລືອກເອົາບັນດາບົດເຂົ້າຮ່ວມການເສັງທີ່ມີຄຸນນະພາບດີທີ່ສຸດເພື່ອມອບລາງວັນຕ່າງໆ. ພວກເຮົາຂໍຖືເປັນກຽດແຈ້ງໃຫ້ທ່ານຊາບ ແລະ ຊົມເຊີຍບັນດາທ່ານຜູ້ຟັງທີ່ຍາດໄດ້ລາງວັນຕ່າງໆໃນການເສັງຄັ້ງນີ້, ລະອຽດແມ່ນ:
TAG
VOV/VOVworld/ການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025/ລາງວັນ