ການເຄື່ອນໄຫວກວດ, ປິ່ນປົວພະຍາດ - ນ້ຳໃຈສາມັກຄີລະຫວ່າງປະຊາຊົນ ຫວຽດນາມ - ລາວ
27/02/2025 10:00
(VOVWORLD) - ໃນໄລຍະຜ່ານມາ, ມີຫຼາຍຄະນະແພດໝໍອາສາສະໝັກ ຫວຽດນາມ ໄດ້ຈັດການເຄື່ອນໄຫວກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ ລາວ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 412 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ. ເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວ ມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າແມ່ນຜູ້ຟັງທີ່ໄດ້ຕິດພັນກັບລາຍການມາແຕ່ດົນນານ. ຜ່ານການອອກອາກາດບັນດາລາຍການກະຈາຍສຽງ, ຂ້າພະເຈົ້າບໍ່ພຽງແຕ່ມີຄວາມຮູ້ຢ່າງເລິກເຊິ່ງທາງດ້ານວັດທະນະທຳ, ປະຫວັດສາດ ແລະ ກຳລັງໜູນສັງຄົມຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ເປີດອອກວິໄສທັດສາກົນຂອງຕົນ. ລາຍການກະຈາຍສຽງມີຫຼາຍເນື້ອໃນອຸດົມສົມບູນ ແລະ ເປັນຫຼາຍຮູບຫຼາຍແບບ. ຈາກບັນດາບັນຫາສາຖະນະການການເມືອງ, ວັດທະນະທຳ ແລະ ສັງຄົມ ຫຼື ບັນດາການອອກຂ່າວກ່ຽວກັບການເຄື່ອນໄຫວສິລະປະ, ທັງໝົດເລົ່ານັ້ນລ້ວນແລ້ວແຕ່ໄດ້ຜະລິດອອກເປັນຢ່າງດີທີ່ສຸດ ແລະ ນຳມາເຊິ່ງຄວາມຮູ້, ແງ່ມູມສັງເກດໃໝ່ກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.
TAG
VOV/VOVworld/ປະຕິວັດ/ຄອບຄົວ/ຖືກຜົນສະທ້ອນ/ໄພທຳມະຊາດ/ທ່ານໝໍ/ພະຍາບານ
Related








