ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020
29/10/2020 08:08
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 408 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ລາວ ຝາກມາລາຍການໃນອາທິດຜ່ານມາ.
ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ ຢູ່ບັນດາແຂວງພາກກາງ ຫວຽດນາມ ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ມາລີວົງ, ເພື່ອນ ດວງໃຈ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ເມື່ອໄດ້ຮັບຂ່າວວ່າ ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ ຢູ່ບັນດາແຂວງພາກກາງ ຫວຽດນາມ. ພິເສດແມ່ນ ໄດ້ກໍ່ຄວາມເສຍຫາຍດ້ານຊີວິດອີນຊີ ແລະ ຊັບສິນ ກໍ່ຄືພື້ນຖານໂຄງລ່າງຖະໜົນຫົນທາງ, ເຮືອນຊານບ້ານຊ່ອງ. ພວກຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫລົດໃຈມາຍັງພໍ່ແມ່ປະຊາຊົນບັນດາແຂວງພາກກາງ, ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວທີ່ໄດ້ຮັບຜົນສະທ້ອນໂດຍກົງຈາກໄພທຳມະຊາດໃນຄັ້ງນີ້. ພວກຂ້າພະເຈົ້າຫວັງວ່າ ພໍ່ແມ່ປະຊາຊົນບັນດາແຂວງພາກກາງ ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກໃນສະເພາະໜ້າ ແລະ ກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ. ” ພວກເຮົາຂໍຂອບໃຈເພື່ອນ ອານຸສິດ, ເພື່ອນ ມາລີວົງ, ເພື່ອນ ດວງໃຈ ແລະ ບັນດາເພື່ອນມິດ ລາວ ທັງຫລາຍທີ່ໄດ້ໃຫ້ຄວາມສົນໃຈຕິດຕາມ, ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫລົດໃຈ, ປຸກລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນຢູ່ບັນດາແຂວງພາກກາງທີ່ປະສົບໄພທຳມະຊາດໃນໄລຍະມໍ່ໆມານີ້. ລຸງ ບຸນທາ ຈັນທະວົງ ຢູ່ແຂວງ ວຽງຈັນ ເພິ່ນເປັນນັກຮົບເກົ່າ ໄດ້ໂທລະສັບມາລາຍການດ້ວຍເນື້ອໃນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ (30/10/1949 – 30/10/2020). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດທີ່ສຸດເຖິງບັນດາອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ. ບັນດານັກຮົບປະເທດ ລາວ ກໍ່ຄືປະຊາຊົນ ລາວ ຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ແລະ ນັກຊ່ຽວຊານ ຫວຽດນາມ ເຊິ່ງໄດ້ຮຽງບ່າຮຽງໄຫລ່, ກໍ່ຄືສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນຊຸມເດືອນປີເກີດສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໂຄສະນາສຶກສາອົບຮົມ ໃຫ້ຄົນລຸ້ນຫລັງເຂົ້າໃຈກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງຈະແຈ້ງ ແລະ ຊັດເຈນກ່ວາເກົ່າ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. ລຸງ ບຸນທາ ຈັນທະວົງ ທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈຕໍ່ຄຳແບ່ງປັນຂອງລຸງທີ່ມີຕໍ່ລາຍການ ກໍ່ຄືຄຳອວຍພອນອັນປະເສີດທີ່ສະຫງວນໃຫ້ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ. ຂໍໃຫ້ລຸງມີສຸຂະພາບແຂງແຮງ, ສືບຕໍ່ມີບັນດາການອຸທິດສ່ວນເພື່ອສ້າງສາຍພົວພັນມິດຕະພາບດັ່ງກ່າວນີ້ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ. ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020 ທ່ານຜູ້ຟັງທີ່ເຄົາລົບ! ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020 ໂດຍ VOV ປຸກລະດົມມາແຕ່ວັນທີ 15 ມີນາ - ວັນທີ 31 ສິງຫາ 2020. ຄະນະຈັດຕັ້ງໄດ້ຮັບບົດເສັງທັງໝົດ 214 ບົດຂອງທ່ານຜູ້ຟັງຈາກ 33 ປະເທດ ແລະ ເຂດແຄ້ວນ. ໝາກຜົນຂອງການເສັງມີຄືດັ່ງນີ້: ທ່ານຜູ້ຟັງລາຍການພາສາ ແອັດສະປາຍ ໄດ້ຮັບລາງວັນ 1; ທ່ານຜູ້ຟັງລາຍການພາສາ ອັງກິດ ໄດ້ຮັບລາງວັນທີ 2; ທ່ານຜູ້ຟັງລາຍການພາສາ ອິນໂດເນເຊຍ ໄດ້ຮັບລາງວັນທີ 3. ຄະນະຈັດຕັ້ງກໍ່ມອບລາງວັນຊົມເຊີຍ 05 ລາງວັນໃຫ້ແກ່ທ່ານຜູ້ຟັງລາຍການພາສາ ອັງກິດ, ອິນໂດເນເຊຍ, ລັດເຊຍ, ຈີນ ແລະ ຝຣັ່ງ. ນອກນັ້ນ ຍັງມີ 02 ລາງວັນມອບໃຫ້ບົດເສັງທີ່ມີຮູບການ ແລະ ເນື້ອໃນເປັນເອກະລັກສະເພາະ ນັ້ນແມ່ນທ່ານ ພອນຄຳ ສີສົມພັນ ຜູ້ຟັງລາຍການພາສາ ລາວ ແລະ ທ່ານຜູ້ຟັງລາຍການພາສາ ຍີ່ປຸ່ນ. ພ້ອມກັບບັນດາລາງວັນຕົ້ນຕໍນີ້, ຄະນະຈັດຕັ້ງກໍ່ມອບ 3 ລາງວັນໃຫ້ແກ່ ທ່ານຜູ້ຟັງທີ່ມີການເສັງຊອກຮູ້ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ນັ້ນແມ່ນ ທ່ານຜູ້ຟັງລາຍການພາສາ ເຢຍລະມັນ, ຈີນ ແລະ ໄທ. ຕາມການຕີລາຄາຂອງຄະນະຈັດຕັ້ງແລ້ວ ທ່ານຜູ້ຟັງຫລາຍທ່ານມີຄຳຕອບຢ່າງຄົບຖ້ວນ ແລະ ຊັດເຈນຂອງຄຳຖາມທີໜຶ່ງ. ລະອຽດແມ່ນ ສຳລັບເນື້ອໃນທີໜຶ່ງຂອງຄຳຖາມກ່ຽວກັບບັນດາບຸລິມະສິດຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020. ບັນດາທ່ານຜູ້ຟັງ Johnny Antonio Ramírez López (ສັນຊາດ ເປຣູ, ລາຍການພາສາແອັດສະປາຍ); ທ່ານຜູ້ຟັງ Rabi Sankar Bosu (ສັນຊາດ ອິນເດຍ, ລາຍການພາສາອັງກິດ); ທ່ານຜູ້ຟັງ C.R.Nurdin (ສັນຊາດ ອິນໂດເນເຊຍ, ລາຍການພາສາອິນໂດເນເຊຍ); ທ່ານຜູ້ຟັງ Sergey Afanasyev (ສັນຊາດ ຢູແກຼນ, ລາຍການພາສາລັດເຊຍ…ລ້ວນແຕ່ມີຄຳຕອບຖືກຕ້ອງກ່ຽວກັບ 5 ບຸລິມະສິດຂອງ ຫວຽດນາມ ໃນປີເປັນປະທານ ອາຊຽນ 2020 ນັ້ນແມ່ນ: ເພີ່ມທະວີຄວາມສາມັກຄີ ແລະ ເປັນເອກະພາບ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ; ຊຸກຍູ້ການເຊື່ອມຕໍ່ພາກພື້ນ, ກຳລັງຄວາມສາມາດຮັບມື ແລະ ຍາດແຍ່ງບັນດາໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4; ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມ ແລະ ສ້າງບັນດາຄຸນຄ່າ ແລະ ສີສັນລວມຂອງ ອາຊຽນ; ຊຸກຍູ້ບັນດາການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດ ແລະ ການປະກອບສ່ວນຂອງ ອາຊຽນ ໃນປະຊາຄົມສາກົນ; ຫັນການເຄື່ອນໄຫວຂອງກົງຈັກ ອາຊຽນ ໃຫ້ມີປະສິດທິຜົນຢ່າງສຸດຂີດ. ສຳລັບເນື້ອໃນທີສອງຂອງຄຳຖາມກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ ໃນເດືອນຮັກສາຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ (1/2020), ມີຜູ້ຟັງຫລາຍທ່ານຕອບໄດ້ເປັນຢ່າງດີ, ຍົກອອກບັນດາການປະກອບສ່ວນສຳຄັນຂອງ ຫວຽດນາມ. ບັນດາທ່ານຜູ້ຟັງ ລ້ວນແຕ່ຢັ້ງຢືນໄດ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັນສົນຄືໃນປະຈຸບັນ, ສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງ ແລະ ກຳລັງປະດິດຄິດສ້າງທີ່ດີເດັ່ນຂອງ ຫວຽດນາມ ໃນການບໍລິຫານ ແລະ ແກ້ໄຂບັນດາບັນຫາທົ່ວໂລກ. ພ້ອມກັນນັ້ນກໍ່ສະທ້ອນໃຫ້ເຫັນປະເທດ ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ, ຕັ້ງໜ້າຊຸກຍູ້ທ່າອ່ຽງປອງດອງ ແລະ ໄກ່ເກ່ຍໃນໂລກ. ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ , ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com .
TAG
VOV/VOVworld/ການເສັງ/ນ້ຳແກ່ງ/ທະຫານອາສາສະໝັກ
Related








