ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ
28/03/2019 10:37
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.
ເພື່ອນ ດາລາວັນ ຢູ່ ແຂວງ ວຽງຈັນ, ປັດຈຸບັນ ກຳລັງກຽມພາສາ ຫວຽດ ຢູ່ ໂຮງຮຽນມິດຕະພາບ T78 ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນວ່າ: ຂ້າພະເຈົ້າຫາກໍ່ມາຮຽນຢູ່ຫວຽດນາມ ເປັນເວລາ 6 ເດືອນ, ໃນ 6 ເດືອນນັ້ນ, ຂ້າພະເຈົ້າໄດ້ຮູ້ຈັກ ເວັບໄຊ vovworld.vn ໃນນັ້ນມີລາຍການພາສາລາວ. ພິເສດຜ່ານບັນດາຂ່າວຄາວປະຈຳວັນທີ່ໄດ້ເອົາລົງໃນເວັບໄຊນັ້ນໄດ້ເປັນປະໂຫຍດຫຼາຍຢ່າງໃນການຮຽນພາສາຫວຽດຂອງຂ້າພະເຈົ້າ. ຂ້າພະເຈົ້າຂໍຂອບໃຈ ແລະ ຂໍອວຍພອນໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລາຍການ ພາສາລາວ ເວົ້າສະເພາະນັບມື້ນັບພັດທະນາ ແລະ ນັບມື້ນັບມີຫຼາຍລາຍການທີ່ມ່ວນ ແລະ ຈັບອົກຈັບໃຈເພື່ອຮັບໃຊ້ທ່ານຜູ້ຟັງ. ຮງຮຽນມິດຕະພາບ T78 ເພື່ອນ ດາລາວັນ ທີ່ຮັກແພງ! ກ່ອນອື່ນ, ຂ້າພະເຈົ້າຂໍຕາງໜ້າລາຍການພາກພາສາລາວຂອບໃຈເພື່ອນທີ່ໄດ້ຕິດຕາມ ແລະ ສະໜັບສະໜູນພວກຂ້າພະເຈົ້າໃນໄລຍະທີ່ຜ່ານມາ. ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ທາງລາຍການຂອງພວກເຮົາເປັນປະໂຫຍດໃຫ້ແກ່ການຮ່ຳຮຽນຂອງເພື່ອນ. ຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ບັນລຸໄດ້ຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຫວັງວ່າເພື່ອນຈະສືບຕໍ່ຕິດຕາມຮັບຟັງກໍ່ຄືປະກອບຄຳຄິດເຫັນເພື່ອໃຫ້ລາຍການຂອງພວກຂ້າພະເຈົ້ານັບມື້ນັບມີສີສັນຫຼາກຫຼາຍ ແລະ ອຸດົມສົມບູນກ່ວາເກົ່າ. ຂໍຂອບໃຈ. ເພື່ອນ ວົງ ດາລາ ຢູ່ ແຂວງ ຈຳປາສັກ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຊົມເຊີຍ ໄຊຊະນະ 6 - 0 ຂອງທີມ U23 ຫວຽດນາມ ຕໍ່ ທີມ U23 ບຣຸໄນ, ແລະ ໄຊຊະນະ 1 – 0 ຕໍ່ທີມ U23 ອີນໂດເນເຊຍພິເສດແມ່ນໄຊຊະນະ 4 – 0 ຕໍ່ທີມ U23 ໄທ. ຂໍໃຫ້ນັກກິລາບານເຕະທຸກຄົນຈົ່ງມີຄວາມໝັ້ນໃຈໃນການແຂ່ງຂັນເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກ. ຂ້າພະເຈົ້າຂໍເປັນກຳລັງໃຈໃຫ້ແກ່ພວກເຈົ້າຕະຫຼອດໄປ. ນັກແຕະບານ ກວາງຫາຍ. ເພື່ອນ ວົງດາລາ ທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈອາລົມຈິດ ຄວາມຮັກແພງຂອງເພື່ອນທີ່ສະຫງວນໃຫ້ແກ່ທີມບານເຕະ U23 ຫວຽດນາມ. ຂໍໃຫ້ທີມບານເຕະ U23 ລາວ ກໍ່ມີຄວາມໝັ້ນໃຈຜ່ານຜ່າຄວາມຫຍຸ້ງຍາກເພື່ອບັນລຸໄດ້ໝາກຜົນທີ່ດີໃນການແຂ່ງຂັນນັດຕໍ່ໄປ.
TAG
VOV/VOVworld/ໂຮງຮຽນມິດຕະພາບ T78/ທີມ U23 ຫວຽດນາມ.
Related








