VOV WorldVOV World
​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​​ໄດ້​ຝາກ​ມາລາ​ຍການ​ໃນ​ໄລຍະ​ຜ່ານ​ມາ
06/02/2020 09:51
(VOVWORLD) - ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ, ພາຍຫຼັງໄດ້ໂຈະລາຍການຊົ່ວຄາວ 2 ອາທິດ ເພື່ອອອກອາກາດບັນດາລາຍການພາກພິເສດຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ 2020. ພວກຂ້າພະເຈົ້າ ຮູ້ສຶກຕື້ນຕັນໃຈ ແລະ ດີໃຈຫຼາຍ ເມື່ອໄດ້ຮັບຂອງຂວັນ, ຄໍາອວຍພອນທີ່ດີງາມ ແລະ ຄໍາຖາມຈາກທ່ານຜູ້ຟັງທີ່ໄດ້ຝາກມາລາຍການໃນໄລຍະຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນໄລຍະຜ່ານມາ.
        ທ່ານ ທອນສະໄໝ ຈັນທະສິນ ຢູ່ແຂວງຄໍາມ່ວນ ໄດ້ຝາກຂອງຂວັນສຸດທີ່ມີຄວາມໝາຍທີ່ສຸດມາໃຫ້ລາຍການ, ນັ້ນຄື ຂອງທີ່ລະນຶກເປັນຮູບພະທາດຫຼວງ ແລະ ປະຕູໄຊ ເຊິ່ງເປັນສັນຍາລັກຂອງປະເທດລ້ານຊ້າງ ພ້ອມກັນນັ້ນ ແມ່ນຄໍາອວຍພອນປີໃໝ່, ທ່ານຂຽນວ່າ: ປີໃໝ່ 2020, ຂໍອວຍພອນໃຫ້ບັນນາທິການພາກພາສາລາວທຸກຄົນ ຈົ່ງມີແແຕ່ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນທຸກໜ້າທີ່ການງານ. ຂໍອວຍພອນໃຫ້ລາຍການພາກພາສາລາວ ນັບມື້ນັບພັດທະນາ ແລະ ມີຂ່າວ, ບົດທີ່ມວ່ນໆ ແລະ ເປັນປະໂຫຍດຫຼາຍກວ່າອີກ.         ນອກຈາກນັ້ນ, ພວກຂ້າພະເຈົ້າຍັງໄດ້ຮັບຄໍາອວຍພອນປີໃໝ່ຈາກທ່ານຜູ້ຟັງຫຼາຍທ່ານຄື: ທ່ານສີສະໝຸດ, ທ່ານ ແສງ ລັດຕະຈັກ, ທ່ານ ກະຕັນ, ທ່ານ ສໍານຽງ, ທ່ານ ໂອະລໍາ ຈັນທະວິໄລ, ທ່ານ ເພັດສະຫວັນ ສີສະນົນ ຢູ່ອັດຕະປື ອີກດ້ວຍ.         ໄປຄຽງຄູ່ກັນນັ້ນ, ທາງລາຍການຍັງໄດ້ຮັບຄໍາສະແດງຄວາມຮູ້ສຶກຈາກທ່ານຜູ້ຟັງ ເມື່ອຕິດຕາມບັນດາລາຍການກະຈາຍສຽງພາກພິເສດ ເນື່ອງໃນໂອກາດບຸນເຕັດປີ ຊວດ 2020 ໃນເວັບໄຊ vovworld.vn. ໃນນັ້ນ ມີເພື່ອນ ວິໄລວອນ, ໄດ້ຂຽນວ່າ: ຂອບໃຈບັນດາບັນນາທິການລາຍການພາກພາສາລາວ ທີ່ໄດ້ຈັດທໍາບັນດາລາຍການກະຈາຍສຽງທີ່ມີຊີວິດຊາວາ ກ່ຽວກັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ອັນໄດ້ຊ່ວຍໃຫ້ຂ້າພະເຈົ້າສໍາຜັດໄດ້ເຖິງບັນດາຍາກາດຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ ແລະ ຄຶກຄື້ນ ຢູ່ຫວຽດນາມ. ຂໍອວຍພອນໃຫ້ພວກເພື່ອນຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ.         ລາຍການກະຈາຍສຽງພາກພາສາລາວ ຂໍສະແດງຄວາມຂອບໃຈຕໍ່ຂອງຂວັນທີ່ມີຄວາມໝາຍ ພ້ອມດ້ວຍຄໍາອວຍພອນອັນດີງາມ ເຊິ່ງ ທ່ານຜູ້ຟັງທຸກໆທ່ານໄດ້ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າ ກໍຂໍອວຍພອນໄຊມາຍັງທ່ານຜູ້ຟັງປີໃໝ່ມີສຸຂະພາບເຂັ້ມແຂງ ແລະ ສົມດັ່ງປາດຖະໜາທຸກສິ່ງທຸກຢ່າງດ້ວຍເທີ້ນ.         ເພື່ອນ ນີນາ ວົງພະຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຫາລາຍການ ໂດຍຖາມວ່າ: ເມື່ອຕິດຕາມຂ່າວ ແລະ ບົດໃນເວັບໄຊ vov world.vn , ຂ້າພະເຈົ້າເຫັນວ່າ ມີງານບຸນລົງທົ່ງ, ງານບຸນວັດເຮືອງ ພວມຖືກດໍາເນີນ. ນອກຈາກສອງງານບຸນດັ່ງກ່າວແລ້ວ, ໃນໂອກາດຕົ້ນປີໃໝ່, ຢູ່ຫວຽດນາມ ຍັງໄດ້ຈັດຕັ້ງງານບຸນໃດອີີກແດ່? ເພື່ອນ ນີນາ ວົງພະຈັນ ທີ່ຮັກແພງ! ໃນເດືອນຈຽງ, ຢູ່ທຸກແຖບຖິ່ນໃນທົ່ວປະເທດຫວຽດນາມ ລ້ວນແຕ່ຈັດຕ້ັງງານບຸນຕ່າງໆ. ຢູ່ພາກເໜືອຫວຽດນາມ, ນອກຈາກສອງງານບຸນທີ່ເພື່ອນໄດ້ຮູ້ມາແລ້ວ, ຢູ່ແຂວງ, ນະຄອນ ແລະ ທ້ອງຖິ່ນຕ່າງໆ ຍັງໄດ້ຈັດຕັ້ງງານບຸນຕ່າງໆຄື:          
TAG
VOV/VOVworld/ງານບຸນ/ອວຍພອນປີໃໝ່/ພະທາດຫຼວງ