VOV WorldVOV World
ງານຕະຫຼາດນັດເຊື່ອມຕໍ່ການແລກປ່ຽນການຄ້າ ແລະ ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ - ລາວ 2025
06/11/2025 09:23
(VOVWORLD) - ພິທີໄຂງານວາງສະແດງ - ງານຕະຫຼາດນັດ ຄາດວ່າຈະຈັດຂຶ້ນໃນເວລາ 9 ໂມງຂອງວັນທີ 20 ພະຈິກ, ຢູ່ສູນກອງປະຊຸມ ແລະ ວາງສະແດງສາກົນ (ລາວ- Itecc).
ງານຕະຫຼາດນັດເຊື່ອມຕໍ່ການແລກປ່ຽນການຄ້າ ແລະ ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ - ລາວ 2025
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 468 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 16 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ. ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການ, ໃຫ້ຮູ້ວ່າ: ຂ້າ ພະ ເຈົ້າ ມີ ຄວາມ ປະ ທັບ ໃຈ ພິ ເສດ ຕໍ່ ຂໍ້ ມູນ ຂ່າວ ທີ່ ຕັ້ງ ໜ້າ ສະແດງໃຫ້ ເຫັນ ວ່າ ລັດຖະບານ ຫວຽດ ນາມ ຍັງ ຮັກ ສາ ຄວາມ ໄວ້ ເນື້ອ ເຊື່ອ ໃຈ ແລະ ຄວາມ ຫວັງ ສູງ ທີ່ ສຸດ ຕໍ່ການ ພັດ ທະ ນາ ເສດ ຖະ ກິດ , ຈ ິດ ໃຈ startup ພ້ ອມ ກັບ ບັນ ດາ ແນວ ຄວາມ ຄິດ ໃໝ່ , ມຸ່ງ ໄປ ເຖິງ ການ ສ້າງ ບັນ ດາ ຜະ ລິດ ຕະ ພັນ ທີ່ມີ ເຄື່ອງ ໝາຍ ການ ຄ້າ “ຜະ ລິດ ຢູ່ ຫວຽດ ນາມ” ໃຫ້ສຳ ເລັດ ແລະ ມີ ຄຸນ ນະ ພາບ ທີ່ດີທີ່ ສຸດ .
TAG
VOV/VOVworld/ລົງທຶນ/ຊຸກຍູ້/ຮ່ວມມື/ດຳເນີນທຸລະກິດ