VOV WorldVOV World
ຖະຫນົນໄມ້ໄຜ່ຢູ່ໃຈກາງ ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ
04/08/2024 01:00
(VOVWORLD) -ຮ່າໂນ້ຍ ດ້ວຍຄຸ້ມຖະຫນົນເກົ່າທີ່ມີ 36 ສາຍ, ແຕ່ດົນນານມາແລ້ວ ໄດ້ກາຍເປັນສັນຍາລັກເປັນເອກະລັກສະເພາະຂອງປະຫວັດສາດ, ວັດທະນະທຳ ນະຄອນຫລວງ. ບັນດາຖະຫນົນເກົ່ານີ້ ສ່ວນຫລາຍໄດ້ໃສ່ຊື່ຕາມຂະແຫນງອາຊີບ, ປະເພດສິນຄ້າທີ່ຂາຍຕົ້ນຕໍໃນທັງຖະຫນົນ. ເຖິງຢ່າງໃດກໍຕາມ, ມີຖະຫນົນບາງສາຍບໍ່ໄດ້ຕັ້ງຊື່ຕາມປະເພດສິນຄ້າທີ່ວາງຂາຍຢູ່ທີ່ນີ້ ຄືຖະຫນົນ ຮ່າງຫວາຍ (ແພ). ຖະຫນົນສາຍນີ້ຢູ່ຫ່າງຈາກ ຫນອງໂຮ່ເກືອມ ປະມານ 600 ແມັດໄປທາງທິດຕາເວັນຕົກສ່ຽງເຫນືອ, ແລະ ໄດ້ຮັບຖືວ່າ ແມ່ນຖະຫນົນໄມ້ໄຜ່ທີ່ເປັນເອກະລັກຢູ່ໃຈກາງຄຸ້ມຖະຫນົນເກົ່າ ຮ່າໂນ້ຍ.
ຖະຫນົນໄມ້ໄຜ່ຢູ່ໃຈກາງ ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ
    ຖະຫນົນ ຮ່າງຫວາຍ ໄດ້ຮັບຖືວ່າແມ່ນຖະຫນົນຂາຍຜະລິດຕະພັນຈາກໄມ້ໄຜ່ທີ່ເປັນເອກະລັກຢູ່ ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ.ພາບ hanoimoi.vn :      ລຽບຕາມສອງຟາກທາງຖະຫນົນ ຮ່າງຫວາຍ ທີ່ມີຄວາມຍາວປະມານ 240 ແມັດນັ້ນ, ບັນດາລຳໄມ້ໄຜ່ສູງຍາວໄດ້ສັບຊ້ອນຢ່າງເປັນລະບຽບ, ລຽນຕັ້ງຊື່, ບັງຝາເຮືອນໝົດນັ້ນ ອັນໄດ້ສ້າງເປັນຈຸດພິເສດສະເພາະໃຫ້ແກ່ຖະຫນົນ ຮ່າງຫວາຍ. ຮູບພາບ “ປ່າໄມ້ໄຜ່” ຢູ່ໃຈກາງຄຸ້ມຖະຫນົນເກົ່ານີ້ໄດ້ສ້າງຄວາມປະທັບໃຈຕໍ່ບໍ່ວ່າຜູ້ໃດທີ່ເດີນທາງມາຖະຫນົນສາຍນີ້ຄັ້ງທຳອິດ. ໃນສະໄຫມຂຶ້ນກັບ ຝລັ່ງ, ຊາວຝລັ່ງ ເອີ້ນຖະຫນົນນີ້ແມ່ນ “rue des Etoffes” ແປວ່າ ຮ່າງຫວາຍ. ຮອດປີ 1945 ຖະຫນົນາຍນີ້ໄດ້ປ່ຽນໃສ່ຊື່ເປັນພາສາຫວຽດຄືນ ເຊິ່ງ ແມ່ນຖະຫນົນ ຮ່າງຫວາຍ. ຊາວຝລັ່ງ ມາດຳລົງຊີວິດຢູ່ເຂດນີ້ ກໍ່ໄດ້ເຮັດໃຫ້ສິນຄ້າທີ່ນຳມາຂາຍຢູ່ຖະຫນົນເກົ່າ ອຸດົມສົມບູນ ແລະ ຫລາກຫລາຍຮູບແບບກວ່າ. ຈາກການປ່ຽນແປງຂອງຍຸກສະໄຫມ, ຖະຫນົນ ຮ່າງຫວາຍ ຄ່ອຍໆປ່ຽນແປງໄປນຳ, ບໍ່ມີການເຄື່ອນໄຫວແບບຄ້າຂາຍເປັນກຸ່ມຄືກ່ອນນີ້. ແຕ່ທົດສະວັດທີ 90, ມີຫລາຍຄອບຄົວຢູ່ ຖະຫນົນ ຮ່າງຫວາຍ ຫັນມາດຳເນີນທຸລະກິດສິນຄ້າປະເພດໄມ້ໄຜ່ ເພາະສະນັ້ນ ສິນຄ້າປະເພດແພໄຫມທີ່ຄ້າຂາຍຄືກ່ອນນີ້ ກໍ່ຄ່ອຍໆສູນຫາຍໄປ ແລະ ບໍ່ມີຮ່ອງຮອຍໃດຢູ່ນອກເຫນືອຈາກຊື່ຖະຫນົນ. ນັບສິບໆປີມານີ້ ສິນຄ້າປະເພດໄມ້ໄຜ່, ໄມ້ເຮ້ຍ, ໄມ້ຊອດ... ນັບມື້ນັບໄດ້ພັດທະນາເປັນຫລາຍຮູບແບບ ແລະ ອຸດົມສົມບູນ ຄື: ໄມ້ໄຜ່ທີ່ນຳໃຊ້ໃນການປຸກສ້າງເຮືອນ, ຫລືເຄື່ອງໃຊ້ໃນເຮືອນ, ຮັບໃຊ້ການດຳເນີນຊີວິດປະຈຳວັນ ລ້ວນແຕ່ໄດ້ຜະລິດຢູ່ຮ້ານເລີຍ. ລຽບຕາມຖະຫນົນ ປະຈຸບັນ ມີປະມານ 10 ຮ້ານທີ່ຂາຍຜະລິດຕະພັນຈາກໄມ້ໄຜ່ ແລະ ສ່ວນຫລາຍແມ່ນບັນດາຄອບຄົວມີອາຊີບຫັດຖະກຳສືບທອດຈາກຄົນລຸ້ນກ່ອນທີ່ປະໄວ້ໃຫ້. ອ້າຍ ຫງວຽນດັກຫາຍ ແລະ ເອື້ອຍ ຫງວຽນຮວ່ຽນລິງ ເຈົ້າຂອງຮ້ານຂາຍໄມ້ໄຜ່ 2 ຮ້ານຢູ່ຖະຫນົນ ຮ່າງຫວາຍ ໃຫ້ຮູ້ວ່າ:  “ ຄອບ ຄົວ ຂ້າ ພະ ເຈົ້າ ເຮັດ ສະ ເພາະ ບັນ ດາ ຜະ ລິດ ຕະ ພັນ ຈາກໄມ້ ໄຜ່ , ໄມ້ ຊອດ ແລະ ຂາຍ ເຄື່ອງ ຮັບ ໃຊ້ ການ ປຸກ ສ້າງ ເຮືອນ ບູ ຮານ , ເຄື່ອງ ລະ ຫລິ ້ນ ພື້ນ ເມືອງ ຄື : ເຮັດຊິວຊ້າ . . . ໃນ ຄອບ ຄົວ ຂ້າພະເຈົ້າ ມີພໍ່ , ລຸງ , ອາ , ອາວ ເຮັດ ອາ ຊີບນີ້. ຮ້ານຂາຍ ເຄື່ອງນີ້ ແມ່ນ ຄົນ ລຸ້ນ ກ່ອນ ປະ ໄວ້ ໃຫ້ ແລະ ໄດ້ ຜ່ານຫລາຍ ລຸ້ນ ຄົນ ແລ້ວ ” .  “ ຄອບ ຄົວ ຂ້າ ພະ ເຈົ້າ ຂາຍ ສະ ເພາະ ຜະ ລິດ ຕະ ພັນເຮັດ ຈາກໄມ້ ຊອດ , ໄມ້ແທ້ ເພື່ອ ນຳ ໃຊ້ ໃນ ການປະ ດັບ ປະ ດາ ເຮືອນ ຊານ ຫລື ເຄື່ອງໃຊ້, ຕິດຝາ ເຮືອນ . ທຳ ມະ ດາ ນັກ ທ່ອງ ທ່ຽວ ຕ່າງ ປະ ເທດ ມາ ຢາມ ຖະ ຫ ນົນ ຮ່າງ ຫວາຍ ເຂົາ ເຈົ້າ ຢາກ ເຫັນ ປະ ຈັກ ຕາບັນ ດາ ປະ ເພດ ສິ ນ ຄ້າ ຫັດ ຖະ ກຳ ຊື່ງ ໄດ້ ຜະ ລິດ ຈາກໄມ້ ໄຜ່ , ໄມ້ ຊອດ . ເຂົາ ເຈົ້າ ກໍ່ ເຄີຍ ຊື້ຂັ້ນໄດໄມ້ໄຜ່ເພື່ອ ເອົາ ເມືອ ປະ ດັບ ປະ ດາ ໃນ ເຮືອນ , ຕົວ ຢ່າງ ຄື : ຂັ້ນໄດໄມ້ໄຜ່ໃຊ້ເພື່ອໂຊຜ້າ ຫລື ບັ້ງສູບຢາເສັ້ນ . ປົກ ກະ ຕິ ມື້ ຫ ນຶ່ງ ພວກ ຂ້າ ພະ ເຈົ້າ ຜະ ລິດ ໄດ້ປະ ມານ 30 -50 ຢ່າງ ”.
TAG
VOV/VOVworld/ປຸກ​ສ້າງ​ເຮືອນ/ຄຸ້ມ​ຖະ​ຫ​ນົນ​ເກົ່າ/​ໄມ້​ໄຜ່​