VOV WorldVOV World
ບັດ​ເລືອກ​ຕັ້ງ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ
14/03/2026 17:00
(VOVWORLD) - ວັນທີ 15 ມີນາ, ປະຊາຊົນ ຫວຽດນາມ ກ້າວເຂົ້າສູ່ວັນບຸນໃຫຍ່: ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031, ເຫດການການເມືອງສຳຄັນສຳລັບລະບົບບໍລິຫານປະເທດຊາດ. ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງແຕ່ລະຄົນ ບໍ່ພຽງແຕ່ແມ່ນການຄັດເລືອກເອົາບຸກຄົນໜຶ່ງເທົ່ານັ້ນ, ຫາກຍັງແມ່ນການຄັດເລືອກຄຸນນະພາບຂອງອົງການສຳນັກງານສິດອຳນາດລັດ, ຄຸນນະພາບຂອງລະບອບລະບຽບການ ແລະ ຄວາມສາມາດກ້າວກະໂດດຂັ້ນຂອງປະເທດຊາດໃນ 5 ປີຈະມາເຖິງອີກດ້ວຍ.
ບັດ​ເລືອກ​ຕັ້ງ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ
ຜົນສຳເລັດຂອງການເລືອກຕັ້ງຕັດສິນຄຸນນະພາບ ແລະ ຂອບຂະໜາດຂອງສະພາແຫ່ງຊາດໃນທັງອາຍຸການ; ແມ່ນພື້ນຖານເພື່ອສ້າງສະພາແຫ່ງຊາດຊຸດທີ XVI ປ່ຽນແປງໃໝ່, ເປັນມືອາຊີບ, ມີການກະທຳຢ່າງແທ້ຈິງ ແລະ ມີຄວາມສາມາດຢ່າງພຽງພໍເພື່ອນຳພາວິວັດທະນາການປະຕິຮູບລະບອບລະບຽບການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນສັງກາດໃໝ່.
TAG
VOV/VOVworld/ບັດເລືອກຕັ້ງ/ຜູ້ມີສິດເລືອກຕັ້ງ/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI/ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ