VOV WorldVOV World
ບັກນິງ ​ຮັກ​ສາ​ສີ​ສັນ​ພາບ​ພື້ນ​ເມືອງ ດົງ​ໂຮ່
18/01/2025 09:00
(VOVWORLD) - ໝູ່ບ້ານດົງໂຮ່ (ເມືອງ ທ້ວນແທັ່ງ, ແຂວງ ບັກນິງ) ແຕ່ດົນນານມາແລ້ວ ໄດ້ເປັນທີ່ຮູ້ຈັກກັນດີດ້ວຍອາຊີບເຮັດພາບພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອ. ໃນຊີວິດຍຸກທັນສະໄໝຄືໃນປັດຈຸບັນ, ພາບພື້ນເມືອງ ດົງໂຮ່ ເຄີຍຢືນຢູ່ຕໍ່ໜ້າຄວາມສ່ຽງທີ່ຈະຖືກສູນຫາຍໄປ. ແຕ່ດ້ວຍຄວາມເອົາໃຈໃສ່ຂອງອຳນາດການປົກຄອງທ້ອງຖິ່ນ, ບັນດານັກສິລະປະການ ໄດ້ ແລະ ພວມມານະພະຍາຍາມອະນຸລັກຮັກສາ ແລະ ພັດທະນາອາຊີບທີ່ເປັນມູນເຊື້ອນີ້ໄວ້ຢ່າງບໍ່ຢຸດຢັ້ງ .
ບັກນິງ ​ຮັກ​ສາ​ສີ​ສັນ​ພາບ​ພື້ນ​ເມືອງ ດົງ​ໂຮ່
ໃນເມື່ອກ່ອນ, ໝູ່ບ້ານພາບ ດົງໂຮ່ ມີ 17 ວົງຕະກຸນເຮັດພາບພື້ນເມືອງ ດົງໂຮ່, ແຕ່ປັດຈຸບັນ ຍັງເຫຼືອພຽງ 2 ວົງຕະກຸນຮັກສາອາຊີບນີ້ເທົ່ານັ້ນ, ນັ້ນແມ່ນວົງຕະກຸນ ຫງວຽນດັງ ແລະ ຫງວຽນຫືວ. ນັກສິລະປະການ ຫງວຽນດັງເຈ ແມ່ນຄົນລຸ້ນທີ 20 ຂອງວົງຕະກຸນ ຫງວຽນດັງ ທີ່ເຮັດພາບພື້ນເມືອງ ດົງໂຮ່. ນັກສິລະປະການ ຫງວຽນດັງເຈ ໃຫ້ຮູ້ວ່າ ວັດຖຸດິບທີ່ເຮັດພາບ ດົງໂຮ່ ລ້ວນແລ້ວແຕ່ເປັນວັດຖຸທຳມະຊາດ, ສະນັ້ນ ເມື່ອພິມອອກຈະມີສີທີ່ງາມຕາ ແລະ ສ້າງແຫຼ່ງບັນດານໃຈໃຫ້ແກ່ຜູ້ຊົມ.
TAG
VOV/VOVworld/ບັກນິງ/ພາບ​ພື້ນ​ເມືອງ ດົງ​ໂຮ່