ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ
15/04/2026 11:38
[VOVWORLD] - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຈີນ, ຕອນບ່າຍວັນທີ 15 ເມສາ, ຢູ່ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບບັນດາການນຳ ຈີນ.

260415 am 21_0.jpg ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະສົນທະນາກັບ ທ່ານປະທານສະພາປະຊາຊົນແຫ່ງຊາດ ຈີນ ຈາວເລືອຈີ. (ພາບ: TTXVN) ທີ່ການພົບປະສົນທະນາກັບ ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢືນຢັນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຍາມໃດກໍ່ຖືການພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໜີປາຍ, ຄວາມຮຽກຮ້ອງຢ່າງພາວະວິໄສ, ການເລືອກເຟັ້ນຍຸດທະສາດ, ໃນແນວທາງການຕ່າງປະເທດໂດຍລວມ. ຫວຽດນາມ ປາດຖະໜາ ແລະ ຕັດສິນໃຈພ້ອມກັບ ຈີນ ຊຸກຍູ້ການພົວພັນ 2 ປະເທດໃຫ້ພັດທະນາຢ່າງຮອບດ້ານ, ຂຶ້ນສູ່ລະດັບສູງໃໝ່. ກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະສົນທະນາກັບ ທ່ານປະທານສະພາປະຊາຊົນແຫ່ງຊາດ ຈີນ ຈາວເລືອຈີ. ຢູ່ທີ່ນີ້, 2 ຝ່າຍຢືນຢັນເລື່ອງຖືເປັນສຳຄັນການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ຈີນ ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນສັງລວມ ຫວຽດນາມ - ຈີນ.
TAG
VOV/VOVWORLD/ສະເໝີຕົ້ນ/ສະເໜີປາຍ/ພາວະວິໄສ
Related






