ບັນດາ “ດອກກຸຫຼາບເຫຼັກ” ໃນກອງທັບ
18/10/2025 14:54
(VOVWORLD) - ໂດຍຖືໃນໂຕຊຸດເຄື່ອງແບບສີຂຽວ, ບັນດານັກຮົບຍິງກອງທັບປະຊາຊົນ ຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມອ່ອນໂຍນຂອງແມ່ຍິງ ຫວຽດນາມ ເທົ່ານັ້ນ ຫາກຍັງສະແດງເຈດຈຳນົງ, ມະນາຈິດ ແລະ ການອຸທິດສ່ວນຢ່າງໝັ້ນແກ່ນໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຂົງເຂດປ້ອງກັນຊາດ. ໃນຈຳນວນນັ້ນ, ທ່ານພັນໂທ ນາງ ເລທິຮັ່ງ, ຜູ້ອຳນວຍການສູນ C4, ສະຖາບັນການບິນອາວະກາດ Viettel, ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ ແລະ ທ່ານພັນຕີ ນາງ ຫວູເຍີດເຮືອງ, ຜູ້ຊ່ວຍວຽກຫ້ອງຮ່ວມມືສາກົນ, ກົມຮັກສາສັນຕິພາບ ຫວຽດນາມ, ແມ່ນ 2 ແບບຢ່າງດີເດັ່ນດ້ວຍບັນດາການປະກອບສ່ວນທີ່ດີເລີດ. ເຂົາເຈົ້າໄດ້ສະແດງໃຫ້ເຫັນວ່າ ໃນກອງທັບ, ແມ່ຍິງບໍ່ພຽງແຕ່ຢູ່ແນວຫຼັງ, ຫາກຍັງເປັນກຳລັງນຳໜ້າຢູ່ແນວໜ້າອີກດ້ວຍ.
ກ້ອນກຳລັງທະຫານຍິງ ຮັກສາສັນຕິພາບ ສປຊ ຂອງກະຊວງປ້ອງກັນປະເທດ (ພາບ: VOV5)
TAG
VOV/VOVworld/ດອກກຸຫຼາບເຫຼັກ/ກອງທັບປະຊາຊົນ ຫວຽດນາມ
Related








